ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-12-04 17:14:55    
ຈີນ​ຂໍ​ຄວາມ​ເຫັນ​ຢ່າງ​ເປີດ​ເຜີຍ​ນຳ​ສາ​ທາ​ລະ​ນະ​ຊົນ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ພະ​ລັງ​ງານ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 3 ທັນ​ວາ​ນີ້, ໜ່ວຍ​ງານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພະລັງງານ​ຂອງ​ຈີນ​ໄດ້​ປະກາດ​ບົດ​ຂໍ​ຄວາມ​ເຫັນ​ຂອງ​ກົດໝາຍ​ດັ່ງກ່າວ​ຢູ່​ເທິງ​​ເວັບ​ໄຊ​ຂອງ​ຫ້ອງການ​ໜ່ວຍ​ນຳພາ​ພະລັງງານ​​ຂອງ​ລັດ, ​ແລະ​ຂໍ​ຄວາມ​ເຫັນ​ຢ່າງ​ເປີດ​ເຜີຍ​ນຳ​ສາທາລະນະ​ຊົນ​ໃນ​ສັງຄົມ​ແຕ່​ຕົ້ນ​ເດືອນ​ນີ້​ຫາ​ວັນ​ທີ 1 ກຸມພາ​ປີໜ້າ.

ບົດ​ຂໍ​ຄວາມ​ເຫັນ​ໄດ້​ກຳນົດ​ວ່າ, ລັດ​ສ້າງກົນ​ໄກ​ທົດແທນ​ສິ່ງ​ແວດ​ລ້ອມ​ຊີວະ​ຊາດ​ພະລັງງານ, ອົງການ​ປົກຄອງທ້ອງ​ຖິ່ນ​ທີ່ມີ​ໂຄງການ​ບຸກ​ເບີກ​ພະລັງງານ​ແລະ​ປຸງ​ແຕ່ງ​ແລະ​ຫັນ​ປ່ຽນນັ້ນຄວນ​ວາງ​ແຜນ​ປົວ​ແປງ​ການ​ເຊື່ອມ​ພິດ​ແລະ​ການ​ຟຶ້ນ​ຟູ​ຊີວະ​ຊາດ, ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ຄວນ​ຫາບ​ແບກ​ໜ້າ​ທີ່​ປົວ​ແປງ​ການ​ເຊື່ອມ​ພິດ​ແລະ​ການ​ອະນຸລັກ​ຊີວະ​ຊາດ.

ບົດ​ຂໍ​ຄວາມ​ເຫັນ​ຍັງ​ກຳນົດ​ວ່າ, ລັດຕັ້ງໜ້າ​ເຮັດ​ໃຫ້​ອົງ​ປະກອບ​ພະລັງງານ​ດີ​ຂຶ້ນ, ສົ່ງ​ເສີມ​ການ​ພັດທະ​ນາ​ພະລັງງານ​ໃໝ່​ແລະ​ພະລັງງານ​ທີ່​ເກີດ​ໃໝ່​ໄດ້, ສະໜັບສະໜູນ​ການ​ພັດທະນາ​ພະລັງງານທີ່​ສະອາດ​ແລະພະລັງງານ​ທີ່​ຜະລິດກາກ​ບອນ​ດີ​ອອກ​ຊິດ​ໜ້ອຍ​ບົນ​ພື້ນຖານ​ທີ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ຊີວະ​ຊາດ.