ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-03-05 19:16:28    
ທ່ານ​ເວີນ​ເຈຍ​ປາວ​ສະ​ເໜີ​ຂໍ້​ສະ​ເໜີ​ວຽກ​ງານ​ຕໍ່​ລັດ​ຖະ​ບານ​ຊຸດ​ໃໝ່ ຄາດ​ໝາຍ​ເຕີບ​ໂຕ​ເສດ​ຖະ​ກິດ​ຈີນ​ໃນ​ປີ​ນີ້​ແມ່ນ​8%

cri Author: d
ຕາມ​ຂ່າວCRI: ວັນ​ທີ5ມີນາ​ນີ້ ​ໃນ​ເວລາ​ລາຍ​ງານ​ວຽກ​ງານ​ລັດຖະບານ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ໃໝ່ ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນສະ​ເໜີ​ວ່າ,ວຽກ​ງານ​ເສດຖະກິດ​ປີ​ນີ້,ຕ້ອງ​ປ້ອງ​ກັນ​ບໍ່​ໃຫ້​ເສດຖະກິດ​ເຕີບ​ໂຕອ່າວ​ໄວ​ກາຍ​ເປັນ​ເຕີບ​ໂຕ​ໄວ​ເກີນ​ໄປ ປ້ອງ​ກັນ​ບໍ່​​ໃຫ້ຂຶ້ນ​ລາຄາອ່າວ​ໄວ​ກາຍ​ເປັນ​ໄພ​ເງິນ​ເຟີ້​ນັ້ນ ​ເປັນ​ໜ້າ​ທີ່​ວຽກ​ງານ​ຕົ້ນຕໍ​​ໃນ​ການຄວບ​ຄຸມ​ມະຫາ​ພາກ. ຄາດໝາຍ​ເສດຖະກິດ​ເຕີບ​ໂຕຂອງ​ຈີນ​ໃນ​ປີ​ນີ້​ແມ່ນ8%.

ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ,ຄາດໝາຍ​ນີ້​ແມ່ນ​ສະ​ເໜີ​ອອກ​ບົນ​ພື້ນຖານຈັດ​ສັນ​ອົງ​ປະກອບ​ໃຫ້​ດີ ຍົກ​ສູງ​ປະສິດທິ​ຜົນ ຫຼຸດ​ການ​ສິ້ນ​​ເປືອງ ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ,ຕົ້ນຕໍ​ແມ່ນພິຈາລະນາ​​ໂດຍລວມຕໍ່​ປັດ​ໄຈ​ຫຼາຍ​ຢ່າງ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ,ປົກ​ປັກ​ຮັກສາ​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ໝັ້ນທ່ຽງ​ແລະ​ວ່ອງ​ໄວ,ປ້ອງ​ກັນ​ບໍ່​ໃຫ້​ສະ​ແຫວ​ງຫາ​ ຈັງຫວະການ​ເຕີບ​ໂຕ​ຂອງ​ເສດຖະກິດ​ແຕ່​ຝ່າຍ​ດຽວ​ຢ່າງ​ຫຼັບ​ຫູ​ຫຼັບ​ຕາ,ບັນລຸ​ໃຫ້​ເສດຖະກິດ​ພັດທະນາ​ທັງ​ດີ​ທັງ​ໄວ.

ທ່ານ​ເວີນ​ເຈຍ​ປາວ​ຍັງ​ກ່າວ​ວ່າ,ຢາກບັນລຸ​ເປົ້າໝາຍ​ແລະ​ໜ້າ​ທີ່​ພັດທະນາ​ສັງຄົມ​ເສດຖະກິດ,ກໍ່ຕ້ອງ​ເລັ່ງລັດປ່ຽນ​ແປງ​ຮູບ​ການ​ພັດທະນາ​ເສດຖະກິດ,​ເລັ່ງລັດ​ກໍ່ສ້າງ​ສັງຄົມ​ທີ່​ຖື​ການ​ປັບປຸງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເປັນ​ຈຸດ​ໜັກ.