|
 |
(GMT+08:00)
2008-03-10 11:09:55
|
 |
ເສດຖະກິດຈີນເຕີບໂຕຢ່າງໝັ້ນທ່ຽງແມ່ນຂ່າວດີຕໍ່ທົ່ວໂລກ
cri
Author: d
ຕາມຂ່າວໜັງສືພິມເຢິນມິນຢື້ປ້າວຕໍ່ຕ່າງປະເທດ: ມໍ່ໆນີ້ ໃນເວລາໃຫ້ສຳພາດຕໍ່ນັກຂ່າວ ນັກເສດຖະສາດຂອງຈີນ3ທ່ານກ່າວວ່າ,ເສດຖະກິດຈີນເຕີບໂຕຢ່າງໝັ້ນທ່ຽງແມ່ນຂ່າວດີຕໍ່ທົ່ວໂລກ. ທ່ານຈັ່ງສຽວຈີ້ ຫົວໜ້າພະແນກຄົ້ນຄວ້າເສດຖະກິດກັບຕ່າງປະເທດ ຂອງສູນຄົ້ນຄວ້າພັດທະນາລັດຖະບານຈີນກ່າວວ່າ,ໃນເວລາທີ່ເສດຖະກິດອາເມລິກາຊ້າລົງ,ເສດຖະກິດຈີນໃນຖານະເປັນກຳລັງອີກແງ່ໜຶ່ງທີ່ຊຸກຍູ້ເສດຖະກິດໂລກເຕີບໂຕນັ້ນ ຈະຮັກສາຄວາມໝັ້ນທ່ຽງ,ນີ້ແມ່ນຂ່າວດີສຳລັບທົ່ວໂລກ.
ທ່ານລິນອີ້ຟູ່ ທີ່ໃກ້ຈະຂຶ້ນຮັບຕຳແໜ່ງນັກເສດຖະສາດຜູ່ທີໜຶ່ງຂອງທະນາຄານໂລກ ກ່າວວ່າ,ເສດຖະກິດມະຫາພາກຂອງຈີນພັດທະນາເປັນຢ່າງດີ,ເສດຖະກິດບໍ່ໄດ້ຂຶ້ນໆລົງໆຫຼາຍແລະຢູ່ໃນລະດັບອ່າວໝັ້ນທ່ຽງ,ນີ້ເຮັດໃຫ້ຈີນກາຍເປັນປະເທດກ່ຽວພັນກັບຜົນປະໂຫຍດຕົ້ນຕໍຂອງໂລກ,ເສີມຂະຫຍາຍບົດບາດນັບມື້ນັບສຳຄັນເພື່ອເຮັດໃຫ້ເສດຖະກິດໂລກໝັ້ນທ່ຽງ.
ທ່ານລີ້ອີນິງ ຫົວໜ້າກະຕິມະສັກຂອງສະຖາບັນຄຸ້ມຄອງກວາງຮວາມະຫາວິທະຍາໄລປັກກິ່ງກ່າວວ່າ,ຄຽງຄູ່ກັບຂາອອກຂອງຈີນຕໍ່ສະຫະພາບເອີລົບແລະປະເທດໂລກທີ3ເພີ່ມຂຶ້ນ,ລະດັບອາໄສຕະຫຼາດອາເມລິກາພັດໄດ້ໜ້ອຍລົງ,ສະນັ້ນເບິ່ງໂດຍລວມແລ້ວ,ເສດຖະກິດອາເມລິກາເຕີບໂຕຊ້າລົງແລະວິກິດການເງິນກູ້ດ້ອຍຄຸນນະພາບ ຈະບໍ່ສາມາດກະທົບກະເທືອນເຖິງຈັງຫວະເຕີບໂຕຂອງເສດຖະກິດຈີນ.
|
|
|