ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-04-04 15:48:39    
ໄຟ​ສັກ​ສິດ​ໂອ​ລິມ​ປິກ​ໄປ​ຮອດ​ແຊັງ​ເປ​ເຕີສ໌​ບວກ

cri Author: MO
ຕາມຂ່າວCRI: ຕອນ​ຮຸ່ງ​ເຊົ້າ 3 ​ໂມງ​ເຄິ່ງຂອງ​ວັນ​ທີ 4 ​ເມສາ​ເວ​ລາ​ທ້ອງ​ຖິ່ນ(ຄື​ຕອນ​ເຊົ້າ 6 ​​ໂມງ​ເຄິ່ງ​ເວລາ​ວຽງ​ຈັນ), ຍົນ​ພິ​ເສດ​ທີ່​ບັນທຸກ​ໄຟ​ສັກສິດຂອງ​ງານ​ກິລາ​​ໂອ​ລິ​ມປິກປັກ​ກິ່ງ​ໄດ້​​ເດີນທາງ​ໄປ​ຮອດ​ສະໜາມບິນ​ສາກົນ​ພູ​ໂຄ​​ໂວຂອງ​ແຊັງ​ເປ​ເຕີສ໌ບ​ວກ ຕົວ​ເມືອງ​ໃຫຍ່​ທີ​ສອງ​ຂອງຣັດ​ເຊຍ.

ຕອນ​ເຊົ້າ 10 ​ໂມງ​ເຄິ່ງ​ຂອງ​ວັນ​ທີ 5 ​ເມສາ​ເວລາ​ທ້ອງ​ຖິ່ນ, ​ທວນ​ໄຟ​ໂອ​ລິມປິກ​ປັກ​ກິ່ງຈະ​ສົ່ງຕໍ່ຢູ່​ເມືອງ​ແຊງ​ເປ​ເຕີສ໌ບ​ວກ ບ່ອນ​ທີ 3 ຢູ່​ນອກ​ດິນ​ຈີນ.

ປັດຈຸບັນ, ​ເສັ້ນທາງ​ສົ່ງ​ຕໍ່​ທວນ​ໄຟຢູ່​ແຊັງ​ເປ​ເຕີສ໌ບ​ວກ​ໄດ້​ຕົກລົງ​ແລ້ວ. ຈຸດ​ເລີ່ມຕົ້ນ​ແມ່ນ​ສະໜາມຫຼວງ​ໄຊຊະນະ​ທີ່​ຢູ່​ພາກ​ໃຕ້​​ເມືອງ​ແຊັງ​ເປ​ເຕີສ໌ບ​ວກ, ຜ່ານ​ຖະໜົນ​ມົສ​ກູ​ແລະ​ຖະໜົນ​ໂວ​ສ໌​ເນ​ເຊັນສ໌ຄີ​ ຂຶ້ນ​ເໜືອ​ຜ່ານ​ໃຈກາງ​ເມືອງ​ແລະ​ຂ້າມ​ແມ່​ນ້ຳ​ເນ​ວາ, ຜ່ານ​ບີ​ເຕີ​ອັນ​ບາ​ວ​​​ໂຟ​ເຊັສແລະ​ກຳ​ປັ່ນ​ລາດ​ຕະ​ເວນ​ຊື່"ອາ​​ວໂລ​ລາ"​ແລ້ວ​ກັບ​ມາ​ພາກ​ໃຕ້, ສຸດ​ທ້າຍ​ມາ​ຮອດ​ສະໜາມຫຼວງວັງ​ລະດູ​ໜາວ​ທີ່​ຢູ່​ຝັ່ງ​ໃຕ້​ແມ່​ນ້ຳ​ເນ​ວາ, ​ໄລຍະ​ທາງ​ຍາວປະມານ 20 ກິ​ໂລ​ແມັດ, ມີ 80 ຄົນ​ເຂົ້າຮ່ວມ​ການ​ສົ່ງ​ຕໍ່.