ສະພາບການ​ທາງ​ດ້ານເສດຖະກິດ​ໂດຍ​ສັງ​ເຂ​ບ
ນັບ​ແຕ່​ປະ​ເທດ​ຈີນ​ໃໝ່ສະຖາປະນາ​ຂຶ້ນ​​ໃນປີ 1949​ ​ເປັນຕົ້ນມາ, ເສດຖະກິດ​ຂອງ​ຈີນ​ໄດ້​ມີ​ການພັດທະນາໄວສົມຄວນ. ​ໂດຍ​ສະ​ເພາະ​ຕັ້ງ​ແຕ່​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເມື່ອ​ປີ 1978 ​ເປັນຕົ້ນມາ, ​ເສດຖະກິດ​ຈີນ​ໄດ້​ພັດທະນາ​ໄປ​ໜ້າ​ຢ່າງ​ຕໍ່ເນື່ອງ​ ແລະ​ປອດ​ໃສ​ດ້ວຍ​ຈັງຫວະການເຕີບໂຕຫຼາຍກວ່າ 9% ຕໍ່​ປີ. ປີ 2012 ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫຼື GDPຂອງ​ຈີນ​ໄດ້​ບັນລຸ​ເຖິງ 8.262 ຕື້​ 200 ລ້ານໂດ​ລາ​ສະຫະລັດ, ສະ​ເລ່ຍ​ຕໍ່​ຫົວ​ຄົນ​ມີ​ເຖິງ 6.102 ​ໂດ​ລາສະ​ຫະ​ລັດ, ຍອດ​ປະລິມານ​ເສດຖະກິດ​ເປັນອັນ​ດັບທີ 2 ໃນ​ໂລກ, ພຽງ​ແຕ່ຖັດ ຈາກ​ອາ​ເມລິກາ​ເທົ່າ​ນັ້ນ.

ປັດຈຸບັນ, ການ​ລົງ​ທຶນ ​ແລະການ​ບໍລິ​ໂພ​ກພາຍ​ໃນ​ຂອງ​ຈີນ​ລ້ວນ​ແຕ່​​ຢູ່​ໃນ​ສະພາບ​ທີ່ດີ. ປີ 2012, ການ​ລົງທຶນດ້ານ​ຊັບ​ສິນ​ຄົງ​ທີ່​ໃນ​ທົ່ວ​ສັງຄົມ​ຈີນມີ 37.467 ​ຕື້​ 600 ລ້ານຢວນ; ຍອດ​ມູນ​ຄ່າ​ສິ່ງ​ບໍລິ​ໂພ​ກ​ຂາຍຍ່ອຍ​ໃນ​ທົ່ວ​ສັງຄົມມີ​ເກືອບ 21.030 ຕື້ 700 ລ້ານຢວນ; ຍອດມູນ​ຄ່າ​ການ​ຄ້າ​ກັບ​ຕ່າງປະ​ເທດ 3.866 ​ຕື້ 800 ລ້ານ​ກວ່າ​ໂດ​ລາ​ສະຫະລັດ,​​ ເຊິ່ງເປັນ​ອັນ​ດັບທີໜຶ່ງ​ໃນ​ໂລກ. ​ນັບ​ມາ​ຮອດ​ທ້າຍ​ປີ 2012, ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ມີ​ເຖິງ 3.311 ຕື້​ 600 ລ້ານໂດ​ລາ​ສະຫະລັດ,​ ເຊິ່ງເປັນອັນ​ດັບໜຶ່ງ​ຂອງ​ໂລກ​​ໃນ 4 ປີຕິດ​ຕໍ່​ກັນ.

​ຜ່ານ​ການດຳ​ເນີນ​ການ​ປະຕິ​ຮູບ​​,ໄຂ​ປະຕູ​ສູ່​ພາຍ​ນອກ​ ແລະ​ສ້າງສາ​ໃຫ້ຫັນ​ເປັນ​ທັນ​ສະ​ໄໝ​ເປັນ​ເວລາ 30 ກວ່າ​ປີ, ຈີນ​ໄດ້​ສຳ​ເລັດ​ການ​ຫັນປ່ຽນ​ຈາກ​ເສດຖະກິດ​ແຜນການ​ປ່ຽນ​ເປັນເສດຖະ ກິດ​ຕະຫຼາດສັງຄົມ​ນິຍົມ​​ໂດຍພື້ນຖານ, ​ໂຄງ​ປະກອບ​ເສດຖະກິດ​ຕະຫຼາດສັງຄົມ​ນິຍົມ​ໄດ້​ສ້າງ ຕັ້ງຂຶ້ນ ​ແລະ​ປັບປຸງ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ. ສົມ​​ຄູ່​ກັບ​ເລື່ອງ​ນີ້, ກົດໝາຍ​ກົດ​ບັນຍັດ​ຂອງ​ຈີນ​ກໍ​ໄດ້​ຮັບ​ການ​ປັບປຸງໃຫ້​ສົມບູນ​ຂຶ້ນ​ເລື້ອຍໆ, ລະດັບ​ໄຂ​ປະຕູ​ສູ່ພາຍ​ນອກ​ຂອງ​ຕະຫຼາດກໍ​ໄດ້​​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສະພາບ​ແວດ​ລ້ອມ​ການລົງທຶນ​ໄດ້​ຮັບ​ການ​ປັບປຸງໃຫ້​ດີ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ການ​ປະຕິ​ຮູບ​ໂຄງ​ປະກອບ​ການ​ທະນາຄານ​​ໄດ້ຮັບ​ການ​ຊຸກຍູ້​ຢ່າງ​ໜັກ​ແໜ້ນ, ທັງ​ໝົດ​ເຫຼົ່ານີ້​ລ້ວນ​ແຕ່​ໄດ້​ເປັນ​ສິ່ງ​ຄ້ຳປະກັນ​ທີ່​ໄວ້​ໃຈ​ໄດ້​ໃຫ້​​ແກ່​ເສດຖະກິດ​ຈີນ​ສືບ​ຕໍ່​ພັດທະນາ​ໄປ​ໜ້າ.

ຫຼັງຈາກ​ເຂົ້າ​ສູ່​ສະຕະວັດ​ໃໝ່​ແລ້ວ, ຈີນ​ໄດ້​ສະ​ເໜີ​ທັດສະນະ​ຄະຕິ​ຕື່ມ​ອີກ​ທີ່​ວ່າມະນຸດ​ກັບ​ທຳ​ມະຊາດ, ມະນຸດ​ກັບ​ສັງຄົມ, ຕົວ​ເມືອງ​ກັບ​ຊົນນະບົດ, ພາກ​ຕາ​ເວັນ​ອອກ​ກັບ​ພາກ​ຕາ​ເວັນ​ຕົກ,​ເສດຖະກິດ​ກັບ​ສັງຄົມ​ພັດທະນາ​ຢ່າງຮອບດ້ານ​ແລະ​ກົມກຽວ​ກັນ. ປີ 2012, ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 18 ​ຂອງ​ພັກ​ກອມມູນິດ​ຈີນ​​ໄດ້​ສະ​ເໜີ​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່​ທີ່​ສ້າງ​ສັງຄົມອີ່ມ ໜຳສຳລານ​ຢ່າງຮອບດ້ານ​ໃຫ້​ສຳ​ເລັດ​ໃນ​ປີ 2020; ພ້ອມ​ດຽວ​ກັນ​ນັ້ນ, ຍັງ​​ໄດ້​ສະ​ເໜີ​ເປັນ​ເທື່ອ​ທຳ​ອິດ​ວ່າເມື່ອຮອດ​ປີ 2020 ຈະ​ໃຫ້​ບັນລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້​ລວມຍອດ​ຜະລິ​ດຕະພັນ​ພາຍ​ໃນ ​ຫຼື GDP​ ແລະ​ລາຍ​ໄດ້​ສະ​ເລ່ຍຕາມ​ຫົວ​ຄົນ​ປະຊາຊົນ​ຕົວ​ເມືອງ ​ແລະ​ຊົນ​ນະ​ບົດ​ເພີ່ມ​ຂຶ້ນ​ໜຶ່ງ​ເທົ່າ​ຕົວ​ເມື່ອ​ທຽບ​ໃສ່​ປີ 2010​​.