ອຸດສາຫະກຳ
ອຸດສາ​ຫະກຳ​ຂອງຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ເລີ່ມມາ​ແຕ່​ຕົ້ນຊຸມ​ປີ 1950. ພາຍຫຼັງປະ​ເທດ​ຈີນ​ໃໝ່​ສະຖາປະນາ​ຂຶ້ນ​ໃນປີ 1949 ​ແລ້ວ, ອຸດສາຫະກຳ​ຂອງ​ຈີນ​ໄດ້​ເຂົ້າສູ່​ໄລຍະການ​ຟື້ນ​ຟູ​ແລະ​ພັດທະນາ​ຢ່າງຮອບດ້ານ. ກ່ອນ​ດຳ​ເນີນ​ການ​ປະຕິຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເມື່ອ​ປີ 1978, ຈີນ​ໄດ້​ສ້າງ​ຕັ້ງລະບົບ​ເສດຖະກິດ​ອຸດສາຫະກຳ​ທີ່​ອ່າວ​ຄົບ​ຖ້ວນ​ບໍລິບູນ​ໃນ​ເບື້ອງ​ຕົ້ນ. ອຸດ ສາຫະກຳ​ນ້ຳມັນ​ເຊື້ອ​ໄຟ​​ທີ່​ເປັນ​ອຸດສາຫະກຳແບບ​ດັ້ງ​ເດີມພ້ອມ​ດ້ວຍ​ອຸດສາຫະກຳ​ເຄມີ ​ແລະ​ອຸດສາຫະກຳ​ເອ​ເລັກ​​​ໂຕຣນິກທີ່​ເປັນ​ອຸດສາຫະກຳ​ພັດທະນາໃໝ່​ລ້ວນ​​ແລ້ວແຕ່​ໄດ້ມີ​ການ​ພັດທະ ນາ​ຢ່າງ​ໄວ​ສົມຄວນ, ອຸດສາຫະກຳ​ນິວ​ເຄລຍ ​ແລະ​ອຸດສາຫະກຳ​ການບິນ​ອະວະກາດ​ທີ່​ເປັນ​ອຸດ ສາຫະກຳ​ວິທະຍາສາດ​ເຕັກນິກ​ສູງ​ໄດ້​ມີ​ການ​ພັດທະນາ​​ແບບ​ບຸກທະ​ລຸ. ​ນັບ​ຕັ້ງແຕ່​ທ້າຍ​ຊຸມ​ປີ 1970 ​ເປັນຕົ້ນມາ, ການພັດທະນາ​ດ້ານອຸດສາຫະກຳ​ຂອງ​ຈີນ​ໄດ້ມີ​ທ່າ​ອ່ຽງ​ເລັ່ງລັດໄວຂຶ້ນຕື່ມ​ອີກ, ​ແຕ່​ປີ 1979 ຮອດ​ປີ 2012, ມູນ​ຄ່າ​ເພີ່ມ​ຂອງ​ອຸດສາຫະກຳ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນຫຼາຍ​ກວ່າ 10% ຕໍ່​ປີ.

​ເມື່ອ​ໄດ້​ພັດ​ທະ​ນາມາ​ເປັນ​ເວລາ 60 ກວ່າ​ປີ​ແລ້ວ, ປະລິມານ​ຜະລິດ​ຕະພັນ​ອຸດສາຫະກຳ​ທີ່ສຳຄັນ​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນດ້ວຍຈັງຫວະ​ການ​ເຕີບ​ໂຕຫຼາຍສິບ​ເທົ່າຕົວ​ຈົນ​ຮອດ​ຫຼາຍ ຮ້ອຍ​ເທົ່າຕົວ, ຜະລິດ​ຕະພັນ​ອຸດສາຫະກຳຫຼາຍຊະນິດ​ໄດ້​ສົ່ງ​ອອກຂາຍ​ຢູ່​ແຫ່ງ​ຕ່າງໆ​ໃນ​ໂລກ. ​ນັບແຕ່​ປີ 1996 ​ເປັນຕົ້ນມາ, ປະລິມານການ​ຜະລິດ​ຂາງ​ແລະ​ເຫຼັກກ້າ, ຖ່ານ​ຫີນ, ຊີມັງ, ປຸຍ​ເຄມີ​ແລະ​ໂທລະພາບ​ໄດ້​ເປັນ​ອັນ​ດັບທີ​ໜຶ່ງ​ໃນ​ໂລກ​ຕະຫຼອດມາ.

ປີ 2012 ຈີນ​ໄດ້​ບັນລຸ​ມູນ​ຄ່າ​ເພີ່ມ​ດ້ານ​ອຸດສາຫະກຳ 23.531 ຕື້ 900 ລ້ານ​ຢວນ, ​ເພີ່ມ​ຂຶ້ນຫຼາຍກວ່າ​ປີ 2011​ ເຖິງ 8,1%. ປັດຈຸບັນ, ຈີນ​ບໍ່​ພຽງ​ແຕ່​ສາມາດ​ຜະລິດ​​ເຮືອບິນ,​ ກຳ​ປັ່ນ ​ແລະ​ລົດ​ທໍ່​ນັ້ນ, ຍັງ​ສາມາດ​ຜະລິດ​ດາວ​ທຽມ ​ແລະ​ອຸປະກອນ​ອຸດສາຫະກຳ​ທີ່​ທັນ​ສະ​ໄໝ​ນຳ​ອີກ. ລະບົບ​ອຸດສາຫະກຳ​ທີ່​ມີ​ລະດັບ​ເຕັກນິກ​ອັນ​ແນ່ນອນ, ມີ​ຫຼາຍປະ​ເພດ​ທີ່​ຄົບ​ຄ້ວນ​ ແລະ​ເປັນເຈົ້າ ຕົນເອງ​ໄດ້​ສ້າງ​ຂຶ້ນ​ແລ້ວ. ​ໃນ​ອະນາຄົດ, ຈີນ​ຍັງ​ຈະ​ປະຕິບັດ​ຍຸດ​ທະ​ສາດ​ຖື​ການ​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານຊັກ​ນຳ​ການ​ຫັນ​ເປັນ​ອຸດສາ​ຫະກຳ​ຕື່ມ​ອີກ, ພ້ອມທັງ​ເລັ່ງລັດບົດບາດ​ຊຸກ​ຍູ້​ຂອງ​ອຸດສາ ຫະກຳ​ທີ່​ມີ​ຕໍ່ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ.