ໜ່ວຍ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 15 ຂອງ​ກອງທັບ​ເຮືອ​ຈີນສິ້ນ​ສຸດ​ການ​ຢ້ຽມຢາມ​ຕັງ​ຊາ​ນີ
2014-01-02 19:07:28  cri 
ຕອນ​ບ່າຍ​ວັນ​ທີ 1 ມັງກອນ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ໜ່ວຍ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 15 ຂອງ​ກອງທັບ​ເຮືອ​ຈີນທີ່​ປະກອບ​ດ້ວຍ​ກຳ​ປັ່ນ "ຈິ່ງ​ກ່າງ​ຊ່ານ"​ແລະ​ກຳ​ປັ່ນ "​ເຫີ​ງສຸຍ"​ ​ໄດ້​ເດີນທາງ​ອອກ​ຈາກ​ທ່າ​ກ່ຳ​ປັ່ນ DAR ES SALAAM ຂອງ​ຕັງ​ຊາ​ນີ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຕໍ່ຕັງ​ຊາ​ນີທີ່​ເປັນ​ເວລາ 4 ວັນ.

​ໃນ​ໄລຍະ​ຢ້ຽມຢາມ, ​ກຳ​ປັ່ນ "ຈິ່ງ​ກ່າງ​ຊ່ານ"​ແລະ​ກຳ​ປັ່ນ "​ເຫີ​ງສຸຍ"​​ໄດ້​ຈັດ​ກິດຈະກຳ​ວັນ​ເປີດ​ຮັບປະຊາຊົນ​ເຂົ້າ​ຊົມ, ​ນາຍ​ແລະ​ພົນທະຫານຕັງ​ຊາ​ນີ​ແລະ​ຊາວ​ຈີນ​ຕ່າງ​ດ້າວ 1000 ກວ່າ​ຄົນ​ໄດ້​ຊົມ​ກຳ​ປັ່ນ, ນາຍ​ແລະ​ພົນທະຫານ​ຈີນ​ຍັງ​ໄດ້​ແລກປ່ຽນ​ບົດຮຽນ​ກັບ​ນາຍ​ແລະ​ພົນທະຫານ​ຕັງ​ຊາ​ນີກ່ຽວ​ກັບ​ການຮັກສາ​ອຸປະກອນ​ຕ່າງໆ​ຂອງ​ກຳ​ປັ່ນ.

ໜ່ວຍ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຊຸດ​ທີ 15 ຍັງ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ເກນ​ຢາ​ແລະ​ສີ​ລັງກາອີກ.
ຜູ້ດຳເນີນລາຍການ