ກຳ​ປັ່ນ​ຮົບ​ຂອງ​ຈີນ​ເລີ່​ມ​ໃຫ້ການປ້ອງ​ກັນ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ຊີຣີທາງ​ທະ​ເລ
2014-01-08 18:02:35  cri 
ຕາມ​ຂ່າວCRI: ວັນ​ທີ 8 ມັງກອນ​ນີ້, ທ່ານ​ນາງ​ຮວ໋າຊຸ່ນຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ກຳ​ປັ່ນ​ຢຽນເຊີງ​ຈີນທີ່​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ການ​ເດີນ​ເຮືອ​ຮ່ວມ​ໄດ້​ເດີນ​ເຮືອ​ເຂົ້າ​ໃນ​ເຂດ​ນ່ານທະ​ເລ​ຂອງ​ຊີຣີ​ໃນ​ວັນ​ທີ 7 ມັງກອນ​ນີ້, ​ເພື່ອປະ​ສານ​ງານ​ຢ່າງ​ແໜ້ນ​ແຟ້ນກັບ​ກຳ​ປັ່ນ​ຮົບ​ຂອງຣັດ​ເຊຍ, ດານ​ມາກ​ແລະນັອກ​ແວ, ​ເລີ່​ມປະຕິບັດ​ໜ້າ​ທີ່​​ປ້ອງ​ກັນ​ການ​ເດີນ​ເຮືອ​ຂອງ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ຊີຣີຢ່າງ​ເປັນ​ທາງ​ການ. ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ປະສານ​ງານກັບ​ຝ່າຍ​ຕ່າງໆ, ຮ່ວມ​ກັນ​ຮັບປະກັນ​ໃຫ້ການ​ຂົນ​ສົ່ງ​ອາວຸດ​ເຄມີ​ຂອງ​ຊີຣີທາງ​ທະ​ເລ​ມີ​ຄວາມ​ປອດ​ໄພ​ແລະ​ສະດວກ​.

ທ່ານ​ນາງ​ຮວ໋າຊຸ່ນຢິງກ່າວ​ວ່າ, ຜູ້ອຳນວຍການ​ໃຫຍ່​ຂອງ​ອົງາ​ການ​​ເກືອດຫ້າມ​ອາວຸດ​ເຄມີ, ​ເລຂາທິການ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ລ້ວນ​ແຕ່ໄດ້​ອອກ​ຖະ​ແຫຼ​ງການສະ​ແດງ​ຄວາມຍິນ​ດີ​ຕໍ່​ການ​ໄດ້​ຮັບຄວາມ​ຄືບ​ໜ້າດັ່ງກ່າວ, ​ແລະສະ​ແດງ​ຄວາມ​ຊົມ​ເຊີຍ​ວ່າການ​ກະທຳ​ຄັ້ງ​ນີ້​ແມ່ນ​ບາດກ້າວ​ທີ່ສຳຄັນຂອງ​ການ​ທຳລາຍ​ອາວຸດ​ເຄມີ​ຂອງ​ຊີຣີຢ່າງ​ສິ້ນ​ເຊີງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ