ໜ່ວຍ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອງ​ວດທີ 15 ຂອງ​ກອງທັບ​ເຮືອ​ຈີນ​ຢ້ຽມຢາມ​ສີ​ລັງກາ
2014-01-14 16:55:08  cri 
ຕອນ​ເຊົ້າ​ວັນ​ທີ 13 ມັງກອນ​ນີ້, ໜ່ວຍ​ກຳ​ປັ່ນ​ປ້ອງກັນການ​ເດີນ​ເຮືອງ​ວດທີ 15 ຂອງ​ກອງທັບ​ເຮືອ​ຈີນ​ທີ່​ປະກອບ​ດ້ວຍ​ກຳ​ປັ່ນ "ຈິ່ງ​ກ່າງ​ຊ່ານ" ​ແລະ​ກຳ​ປັ່ນ "​ເຫີ​ງສຸຍ" ​ໄດ້​ເດີນທາງ​ໄປ​ເຖິງ​ທ່າ​ກຳປັ່ນ Trincomalee ຂອງ​ສີ​ລັງກາ, ​ເລີ່​ມຢ້ຽມຢາມສັນທະ​ວະ​ໄມຕີ​ສີ​ລັງກາ​ເປັນ​ເວລາ 3 ວັນ.

ໃນ​ໄລຍະ​ຢ້ຽມຢາມ​ໃນ​ຄັ້ງນີ້, ກຳ​ປັ່ນ "ຈິ່ງ​ກ່າງ​ຊ່ານ" ​ແລະ​ກຳ​ປັ່ນ "​ເຫີ​ງສຸຍ"​ໄດ້​ຈັດ​ກິດຈະກຳ​ວັນ​ເປີດ​ປະຕູ​ໃຫ້ຊາວ​ຈີນ​ຕ່າງ​ດ້າວ,ຄົນ​ສີ​ລັງກາ​ເຊື້ອສາຍ​ຈີນ​ແລະ​ປະຊາຊົນ​ສີ​ລັງກາທົ່ວ​ໄປ​ເຂົ້າ​ຢ້ຽມ​ຊົມ, ນາຍ​ແລ​ະພົນທະຫານ​ເຮືອທັງ​ສອງ​ປະ​ເທດ​ຈະ​ດຳ​ເນີນ​ການ​ແລກປ່ຽນ​ກັນ​ໃນ​ດ້ານ​ຕ່າງໆ​ເຊັ່ນ ການ​ບົວລະ​ບັດ​ຮັກສາ​ອຸປະກອນ, ການ​ຄຸ້ມ​ຄອງ​ຄວາມ​​ເສຍ​ຫາຍ,ການ​ຊ່ວຍ​ເຫຼືອ​ດ້ານ​ການ​ປິ່ນປົວ, ການ​ແຂ່ງຂັນ​ກິລາ​ແລະ​ອື່ນໆ, ໜ່ວຍ​ກຳ​ປັ່ນ​ຈີນ​ຈະ​ຈັດ​ຕັ້ງ​ໜ່ວຍ​ປີ່​ນປົວ​ໄປ​ໃຫ້ການ​ບໍລິການ​ດ້ານ​ການ​ປິ່ນປົວ​ຢູ່​ໂຮງຮຽນ​ປະຖົມ​ຂອງ​ສີ​ລັງກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ