ກຳ​ປັ່ນ "ຢຽນ​ເສິງ"​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ຊີຣີງວດ​ທີ​ສອງ
2014-01-28 18:28:00  cri 
ທ່ານ​ນາງ​ຮວ້າຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ມັງກອນ​ນີ້​ວ່າ, ວັນ​ທີ 27 ມັງ​ກອນ​ນີ້, ກຳ​ປັ່ນ "ຢຽນ​ເສິງ" ​ໄດ້​ເຂົ້າ​ສູ່​ນ່ານທະ​ເລ​ຊີ​ຣີ​ອີກ​ຄັ້ງ​ໃໝ່​ເພື່ອ​ປະຕິບັດ​ໜ້າ​ທີ່​ປ້ອງກັນ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ຊີຣີທາງ​ທະ​ເລ​ງວດ​ທີ​ສອງ. ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ປະສານ​ງານ​ກັບ​ຝ່າຍ​ຕ່າງໆ​ເພື່ອ​ຮ່ວມ​ກັນ​ຮັບປະກັນ​ຄວາມ​ປອດ​ໄພ​ແລະ​ຄວາມ​ສະດວກ​ຂອງ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ຊີຣີທາງ​ທະ​ເລ.

ນາງ​ຮວາ​ຊຸນ​ຢິງກ່າວ​ວ່າ, ວຽກ​ງານ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ຊີຣີງວດ​ທີ​ສອງ​ໄດ້​ເລີ່​ມຕົ້ນຢ່າງ​ສຳ​ເລັດ​ຜົນ,ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ປາຖະໜາ​ຂອງ​ຝ່າຍ​ຕ່າງໆ​ຊຶ່ງ​ລວມທັງ​ລັດຖະບານ​ຊີຣີ​ໃນ​ການ​ຊຸກຍູ້​ຂະ​ບວນການ​ທຳລາຍ​ອາວຸດ​ເຄມີ​ຊີຣີຢ່າງ​ແທ້​ຈິງ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ພະຍາຍາມ​ຂອງ​ຝ່າຍ​ຕ່າງໆ​​ແລະ​ຄວາມ​ຄືບ​ໜ້າ​ທີ່​ກ່ຽວຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ