ຜູ້​ບັນຊາ​ການກຳ​ປັ່ນ​ຮົບຂອງປະ​ເທດ​ຕ່າງໆ​ສົ່ງ​ຄຳ​ພອນ​ປີ​ໃໝ່​​ເຖິງ​ນາຍ​ແລະ​ພົນທະຫານ​ທີ່​ປະຈຳການ​ຢູ່​ກຳ​ປັ່ນ "ຢຽນ​ເສິງ"ທີ່ກຳລັງ​ປະຕິບັດ​ໜ້າ​ທີ່​ປ້ອງກັນ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ຊີຣີ
2014-02-02 14:47:23  cri 
​​ເນື່ອງ​ໃນ​ໂອກາດ​ບຸນ​ກຸດ​ຈີນ​ເຊິ່ງ​ເປັນ​ບຸນ​ປະ​ເພນີ​ຈີນ​ວຽນມາ​ເຖິງ​ນີ້, ກຳ​ປັ່ນ "ຢຽນ​ເສິງ"ຂອງ​ກອງທັບ​ເຮືອ​ຈີນ​ທີ່​ກຳລັງ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ຊີຣີຢູ່​ທະ​ເລ​​ເມ​ຕີ​ແຕລາ​ເນ, ໄດ້ຮັບໂທລະເລກອວຍພອນທີ່ສົ່ງຈາກກຳປັ່ນຮົບປະເທດຕ່າງໆ.
ກຳປັ່ນຮົບ "Peter the Great" ຂອງຣັດ​ເຊຍ​ທີ່​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ຊີຣີ​ໄດ້ສົ່ງ​ໂທລະ​ເລກ​ອວຍພອນ​ປີ​ໃໝ່​ໄປ​ຍັງ​ນາຍ​ແລະ​ພົນ​ທະຫານ​ທັງ​ໝົດ​ທີ່​ປະຈຳການ​ຢູ່​ກຳ​ປັ່ນ "ຢຽນ​ເສິງ" ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ມັງກອນ​ແລ້ວ​ນີ້​ວ່າ:

"ນາຍ​ແລະ​ພົນທະຫານ​ທັງ​ໝົດ​ທີ່​ປະຈຳການ​ຢູ່​ກຳ​ປັ່ນຣັດ​ເຊຍຂໍ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ຝ່າຍ​ຈີນ​ຈົ່ງ​ສະບາຍດີ​ປີ​ໃໝ່​ແລະ​ສົມ​ຫວັງ​ທຸກ​ປະການ, ​ກັບ​ບ້ານ​ແລະ​ແລະ​ເດີນທາງ​ເພື່ອ​​ເຕົ້າ​ໂຮມ​​ກັບ​ຄອບຄົວ​ໂດຍ​ໄວ." ນາຍ​ແລະ​ພົນທະ​ຫານ​ຂອງ​ກຳ​ປັ່ນຮົບ "Peter the Great" ຍັງ​ກ່າວ​ວ່າ, ​ເຂົາ​ເຈົ້າ​ໄດ້​ຮູ້ສຶກ "​ການ​ສະໜັບສະໜູນ​ຢ່າງແຂງ​​ແຮງຂອງ​ຈີນ" ​ໃນ​​ເວລາ​ຮ່ວມ​ມືກັບ​ຝ່າຍ​ຈີນ. ຕໍ່​ກັບ​ຄວາມ​ອວຍພອນ​ຈາກ​ນາຍ​ແລະ​ພົນທະຫານຣັດ​ເຊຍ, ໜ່ວຍ​ກຳ​ປັ່ນປ້ອງ​ກັນ​ການ​ເດີນ​ເຮືອຂອງ​ຈີນ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ໃນ​ທັນທີ, ​ແລະກ່າວ​ວ່າ​ຄອງ​ຄອຍ​ການ​ຮ່ວມ​ມື​ຕື່ມ​ອີກ​ລະຫວ່າງ​ສອງ​ຝ່າຍ.

ມື້​ດຽວ​ກັນ, ຜູ້​ບັນຊາ​ການ​ຂອງໜ່ວຍກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ຂອງດານ​ມາກ, ນອກ​​ແວ​ກໍ່​ໄດ້ສົ່ງ​ໂທລະ​ເລກ​ອວຍພອນ​ປີ​ໃໝ່​​​ເຖິງ​ນາຍ​ແລະ​ພົນທະຫານ​ກຳ​ປັ່ນ "ຢຽນ​ເສິງ". ຜູ້​ບັນຊາ​ການກຳ​ປັ່ນ "ຢຽນ​ເສິງ" ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ໃນ​ທັນທີ.

ກຳ​ປັ່ນ​ຮົບ "ຢຽນ​ເສິງ" ​ໄດ້​ຮ່ວມ​ກັນ​​ກຳ​ປັ່ນ​ຮົບຂອງຣັດ​ເຊຍ, ດານ​ມາກ​ແລະ​ນອກ​ແວ, ​ເລີ່​ມປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ຊີຣີ​ເລີ່​ມ​ແຕ່​ເດືອນ​ມັງກອນ​ປີ 2014. ນັບ​ມາ​ຮອດ​ປັດຈຸບັນ, ກອງທັບ​ເຮືອ​ຈີນ​ໄດ້​ສຳ​ເລັດ​ໜ້າ​ທີ່ວຽກ​ງານ​ປ້ອງ​ກັນ​ການ​ຂົນ​ສົ່ງ​ອາວຸດ​ເຄມີ​ສອງ​ງວດ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ.
ຜູ້ດຳເນີນລາຍການ