ກຳປູ​ເຈຍ​ຈັດກິດຈະກຳ​ສະຫຼອງປີ​ໃໝ່ "ສົງການ​ອັງ​ໂກວັດ"
2014-04-13 17:44:24  cri 

 
ຕາມ​ຂ່າວcri: ວັນ​ທີ13 ​ເມສາ​ນີ້, ພິທີຂໍ​ຄວາ​ມສຸກ​​ເຊີກ​ດີຂອງ ກິດຈະກຳ​ສະຫຼອງປີ​ໃໝ່ "ສົງການ​ອັງ​ໂກ" ​ໄດ້​ຈັດຂຶ້ນ​ຢ່າງ​ຄຶກ​ຄຶ້ນຢູ່​ອັງ​ໂກ​ວັດ​ແຂ​ວງຊຽມຣຽບຂອງ​ກຳປູ​ເຈຍ​ທີ່​ມີ​ຊື່​ສຽງ​ດົງ​ດັງໃນທົ່ວ​ໂລກ, ​ກິດຈະກຳ "ສົງການ​ອັ​ງ​ໂກວັດ" ​ໄດ້​​ເສີມ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ.

ທ່ານ​ກິມບຸນ​ຊົງ ​ເຈົ້າ​ແຂວງ​​ແຂ​ວງ​ຊຽມຣຽບ, ທ່ານ​ຮຸນ​ມາ​ນີ ປະທານ​ສະຫະພັນ​ຊາວ​ໜຸ່ມ​ກຳປູ​ເຈຍ​ແລະ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ກຳປູ​ເຈ​ໄດ້​ເຂົ້າ​ຮ່ວມ​ພິທີຂໍຄວາມສຸກ​ໂຊກ​ດີ​ເທື່ອ​ນີ້.

ກິດຈະກໍາສະຫຼອງ​ປີໃໝ່ "ສົງການອັງ​ໂກ​" ​ ​ຈັດຂຶ້ນ​ແຕ່​ວັນ​ທີ 13 ຫາ ວັນ​ທີ 16 ​ເມສາ​ນີ້, ສະຫະພັນ​ຊາວ​ໜຸ່ມ​ກຳປູ​ເຈຍ​ເຊິ່ງ​ເປັນ​ເຈົ້າພາບ​ກິດຈະກຳຄາດ​ຄະ​ເນ​ວ່າ, ຈະ​ມີ 2 ​ແສນ​ກວ່າ​ຄົນ​ເຂົ້າ​ຮ່ວມ​ກິດຈະກຳ​ສະຫຼອງປີ​ໃໝ່ "ສົງການ​ອັງ​ໂກ​" ​ເຊິ່ງຈະ​ດຳ​ເນີນ​ໄປເປັນ​ເວລາ 4 ວັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ