ງານ​ຕະຫຼາດນັດ​ການ​ຄ້າ​ແລະ​ການທ່ອງທ່ຽວ​ເຂດ​ຊາຍ​ແດນ​ຄັ້ງ​ທີ 17 ​ໄຂຂຶ້ນຢູ່​ນະຄອນຊຽງ​ຮຸ່ງ​ເທດສະບານກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ຂອງ​ແຂວງ​ຢຸນນານ​ຈີນ
2014-04-14 17:25:13  cri 


ຕາມ​ຂ່າວCRI: ງານ​ຕະຫຼາດນັດ​ການ​ຄ້າ​ແລະ​ການທ່ອງ​ທ່ຽວ​ຕາມ​ເຂດ​ຊາຍ​ແດນ​ສິບ​ສອງ​ພັ່ນ​ນາ​ຄັ້ງ​ທີ 17 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ຊຽງ​ຮຸ່ງ​ເທດສະບານ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ຂອງແຂວງ​ຢຸນນານ​ຈີນ​ໃນວັນ​ທີ 13 ​ເມສາ​ນີ້, ​ໃນວັນ​ດັ່ງກ່າວ ​ໄດ້​ເຊັນ​ສັນຍາ​ໂຄງການ​​ລົງທຶນ​ແລະ​​ຮ່ວມ​ມື​ທັງ​ໝົດ 14 ​ໂຄງການ​, ​ເຊິ່ງມູນ​ຄ່າ​​ໃນ​ສັນຍາ​ໄດ້​ບັນລຸເຖິງ 19 ຕື້​ຢວນ.


ງານ​ຕະຫຼາດນັດ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 5 ວັນ, ​ໂດຍ​ມີການວາງສະ​ແດງ​ຜະລິດ​ຕະພັນ​ຂາ​ເຂົ້າຂາ​ອອກ​ແລະຜະລິດ​ຕະພັນ​ກະສິກຳປະ​ເພດ​ຕ່າງໆ, ນຳສະ​ເໜີ​ໂຄງການລົງທຶນ, ການ​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ເຕັກ​ໂນ​ໂລ​ຊີ, ການ​ເຊັນ​ສັນຍາ​ຂອງ​ໂຄງການຕ່າງໆ​​ແລະ​ອື່ນໆ. ​ໃນ​ງານ​ຕະຫຼາດນັດ​ລວມມີ​ບ່ອນ​ວາງສະ​ແດງ 456 ບ່ອນ, ມີ​ວິ​ສາ​ຫະກິດ 344 ​ແຫ່ງ​ເຂົ້າ​ຮ່ວມ, ​ໄດ້​ດຶງ​ດູດ​ນັກທຸລະກິດທີ່​ມາ​ຈາກ​ຫຼາຍ​ປ​ະ​ເທດ​ເຂົ້າ​ຮ່ວມ​ເຊັ່ນ:ໄທ, ລາວ, ກຳປູ​ເຈຍ, ມຽນມາ, ຫວຽດນາມ​​ແລະ​ອາ​ເມ​ລິ​ກາ​ເປັນ​ຕົ້ນ​ເຊິ່ງໄດ້ນຳເອົາສິນຄ້າ​ປະ​ເພດ​ຕ່າງໆມາ​ວາງສະ​ແດງ​ໃນງານ​​ຄື: ຜະລິດ​ຕະພັນ​ດ້ານ​ກະສິກຳພື້ນ​ເມືອງ, ສິນຄ້າ​ທ່ອງ​ທ່ຽວ, ​ເຄື່ອງນຸ່ງປະຈຳ​ຊົນ​ເຜົ່າ, ​ເຄື່ອງ​ເອ້​ຄຳ​​ແລະ​ເງິນ, ​ເພັດ​ນິນ​ຈິນດາ, ​ເຟີ​ນີ​ເຈີ​ໄມ້​ດູ່​ແລະ​ອື່ນໆ.


​ມາ​ຮອດ​ປະຈຸ​ບັນ, ງານ​ຕະຫຼາດນັດ​ສິບ​ສອງ​ພັ່ນ​ນາ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນມາ​ແລ້ວ​ທັງ​ໝົດ 16 ຄັ້ງ​, ລະດັບ​ການ​ຫັນ​ເປັນ​ວິຊາ​ການ​, ການ​ຫັນ​ເປັນ​ຍີ່​ຫໍ້ ​ແລະການ​ຫັນ​ເປັນ​ຕະຫຼາດ​ລ້ວນ​ແຕ່​ໄດ້ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໄດ້​ກາຍ​ເປັນ​ເວທີ​ທີ່​ສຳຄັນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ໃນ​ການ​ປຶກສາ​ຫາລື​ດ້ານ​ການ​ຄ້າ, ການວາງສະ​ແດງ​ດ້ານການທ່ອງທ່ຽວ, ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ແລະການເພີ່ມ​ທະວີ​ມິດຕະພາບ​ແລະ​ການ​ຮ່ວມ​ມື. ທ່ານ​ໂຫຼຫົງ​ຈ່ຽງ, ​ເຈົ້າ​ຄອງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ກ່າວ​ໃນ​ພິທີ​ໄຂ​​ງານ​ວ່າ, ສິບ​ສອງ​ພັ່ນ​ນາ​ຫວັງ​ຢາກ​ໃຫ້​ຖື​ງານ​ຕະຫຼາດນັດ​ເປັນ​ໂອກາດ, ຮ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​​ທຳ​ຄວາມ​ພະຍາຍາມ​ແລະ​ຮ່ວມ​ມື​ກັນ, ລົງ​ເລິກ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງປະ​ເທດ​ຕ່າງໆ​ຢູ່​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ​​-​ແມ່​ນ້ຳຂອງ​ໃນຫຼາຍ​ຂົງ​ເຂດ​ຕື່ມ​ອີກ​ເຊັ່ນ: ເສດຖະກິດ, ວັດທະນະທຳ​ແລະ​ການທ່ອງທ່ຽວ​ເປັນ​ຕົ້ນ, ປະກອບສ່ວນ​ອັນ​​ໃໝ່​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.


1 2 3 4 5 6 7 8 9 10 11 12
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ