ກຳລັງ​ທາງ​ທະ​ເລ​ແລະ​ທາງ​ອາກາດ​ຂອງ​ຈີນ​ຮ່ວມກັນ​ຊອກ​ຄົ້ນ​ຫາ​ເຮືອບິນ​ໂດຍສານ​ທີ່​ຫາ​ຍສາບ​ສູນ​ໄປ​ເປັນ​ເທື່ອ​ທຳ​ອິດ
2014-04-15 14:42:31  cri 

ປ່ອຍຍານດຳນ້ຳ"Bluefin-21" ລົງນ້ຳເພື່ອຊອກຄົ້ນຫາໃຕ້ນ້ຳທະເລ

ກຳລັງ​ຊອກ​ຄົ້ນ​ຫາ​ທາງ​ທະ​ເລ​ແລະ​ທາງ​ອາກາດ​ຂອງ​ຈີນ​ໄດ້​ຮ່ວມ​ກັນ​ຊອກ​ຄົ້ນ​ຫາ​ເຮືອບິນ​ໂດຍສານ​ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ທີ່​ຫາຍ​ສາບ​ສູນ​ໄປ​ຢູ່​ເຂດ​ທະ​ເລ​ແຫ່ງ​ດຽວກັນ​ຂອງ​ມະຫາ​ສະໝຸດ​ອິນ​ເດຍ​ໃຕ້​ເປັນ​ເທື່ອທຳ​ອິດ​ໃນ​ວັນ​ທີ 14 ​ເມສາ​ນີ້. ​ໃນ​ວັນ​ດຽວ​ກັນ, ຝ່າຍ​ອົສ​ຕຣາ​ລີ​ຢືນ​ຢັນ​ວ່າ, ​ເນື່ອງ​ຈາກ​ວ່າ​ໃນ​ຫຼາຍ​ມື້ຜ່ານ​ມາ​ບໍ່​ໄດ້​ຄົ້ນ​ພົບ​ສັນຍານ​ທີ່​ສົ່ງ​ມາ​ຈາກ​ໃຕ້​ນ້ຳທະ​ເລ​ອີກ, ຝ່າຍ​ອົສຕຣາລີ​ຈະ​ຍຸດຕິ​ການ​ນຳ​ໃຊ້​ອຸປະກອນ​ກຳນົດ​ທີ່ຕັ້ງ​ດ້ວຍ​ຄື້ນສຽງ, ຫັນ​ໄປ​ນຳ​ໃຊ້​ຍານ​ດຳ​ນ້ຳ "Bluefin-21" ​ເຂົ້າ​ໃນ​ການ​ຊອກ​ຄົ້ນ​ຫາ​ຢູ່ໃຕ້ນ້ຳທະເລ. ຍານ​ດຳ​ນ້ຳ​ໄດ້​ຖືກປ່ອຍ​ລົງ​ນ້ຳ​ເລີ່​ມປະຕິບັດ​ໜ້າ​ທີ່​ໃນ​ເວລາ 17 ​ໂມງ​ຂອງ​ວັນ​ທີ 14 ​ເມສາ​ນີ້​ຕາມ​ເວລາ​ປັກ​ກິ່ງ.

ທ່ານ​ອັນ​ກັສ ຮິ​ວສະ​ຕັນ ຫົວໜ້າ​ຜູ້​ປະສານ​ງານ​ຂອງ​ສູນ​ປະສານ​ງານ​ຮ່ວມ​ອົສຣາລີເພື່ອ​ຊອກ​ຄົ້ນ​ຫາ​ເຮືອບິນ​ໂດຍສານ​ຖ້ຽວ MH370 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ທີ່​ຫາຍ​ສາບ​ສູນ​ໄປ​ໃຫ້​ຮູ້​ວ່າ, ທ່ານ​ຮູ້ສຶກ​ປະ​ທັບ​ໃຈ​ຫຼາຍ​ຕໍ່​ການ​ຮ່ວມ​ມື​ສາກົນ​ທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ການ​ເຄື່ອນ​ໄຫວ​ຊອກ​ຄົ້ນ​ຫາ​ໃນ​ເທື່ອ​ນີ້,​ແລະ​ທ່ານ​ຂໍ​ຕາງໜ້າ​ລັດຖະບານ​ອົສຕຣາລີ​ຂອບ​ໃຈ​ນຳ​ຈີນ​ທີ່​ໄດ້​ທຳ​ຄວາມ​ພະຍາຍາ​ມຢ່າງ​ໃຫຍ່​ຫຼວງ​​​​ເຂົ້າ​ໃນ​ການ​ຊອກ​ຄົ້ນ​ຫາ. ປັດຈຸບັນ, ປະ​ເທດ​ຕ່າງໆ​ທີ່​​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຊອກ​ຄົ້ນ​ຫາ​ຍັງ​ສືບ​ຕໍ່​ດຳ​ເນີນ​ການ​ຊອກ​ຄົ້ນ​ຫາ​ທາງ​ທະ​ເລ​ແລະ​ທາງ​ອາກາດ, ບໍ່​ມີ​ປະ​ເທດ​ໃດ​ໄດ້​ຖອນ​ອອກ​ຈາກ​ການ​ເຄື່ອນ​ໄຫວ​ຊອກ​ຄົ້ນ​ຫາ​.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ