ຈັດ​ເວທີ​ປຶກສາ​ຫາລື​ສາກົນ​ການ​ຮ່ວມ​ມື​ຈີນ-ຍີ່ປຸ່ນ-ສ ​ເກົາຫຼີ​ປີ 2014ຢູ່​ເຊ​ອູ​ນ
2014-04-15 15:04:37  cri 
ກອງ​ເລຂາ​ຮ່ວມ​ມື​ຈີນ-ຍີ່ປຸ່ນ-ສ ​ເກົາຫຼີ ​ໄດ້​ຈັດ​​ເວທີ​ປຶກສາ​ຫາລື​ສາກົນ​ການ​ຮ່ວມ​ມື​ສາມ​ປະ​ເທດ​ຢູ່​ນະ​ຄອນ​ຫຼວງ​ເຊ​ອູ​ນຂອງ​ສ ​ເກົາຫຼີ​ໃນ​ວັນ​ທີ 15 ​ເມສາ​ນີ້. ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ປະຈຳ​ປີ 2014ນີ້​ມີ​ຫົວ​ຂໍ້​ວ່າ, ມີ​ຈຸດ​ຮ່ວມ​ກັນຈາກ​ຄວາມ​ແຕກ​ຕ່າງກັນ--- ສ້າງ​ຈິດ​ສຳນຶກ​ຍອມຮັບ​ຖານະ​ອາຊີ​ຕາ​ເວັນ​ອອກ​ແລະ​ຈິດ​ສຳນຶກ​ປະຊາ​ຄົມ.

ເວທີ​ປຶກສາ​ຫາລື​ສາກົນ​ການ​ຮ່ວມ​ມື​ຈີນ-ຍີ່ປຸ່ນ-ສ ​ເກົາຫຼີ​ແມ່ນ​ຈັດ​ຂຶ້ນ​ໂດຍ​ການ​ເປັນ​ເຈົ້າພາບ​ຂອງ​ກອງ​ເລຂາ​ການ​ຮ່ວມ​ມື​ຈີນ-ຍີ່ປຸ່ນ-ສ ​ເກົາຫຼີ​ທີ່​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2011. ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ​ໄດ້​ຈັດ​ຂຶ້ນ​ປີ​ລະ​ຄັ້ງ. ​ມີ​ຈຸດປະສົງ​ເພື່ອ​ອຳນວຍ​ເວທີ​​ໃຫ້​ແກ່​ບຸກຄົນ​ວົງ​ການ​ການ​ເມືອງ​ແລະ​ວິຊາ​ການ​ຂອງ​ສາມ​ປະ​ເທດ​​ໃນ​ການແລກປ່ຽນ​ຄວາມ​ເຫັນແລະ​ປຶກສາ​ຫາລືກ່ຽວ​ບັນຫາ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ​ແຕ່​ວ່າ, ພາຍ​ໃຕ້​ສະ​ພາບ​ທີ່​ການ​ພົວພັນ​ທາງ​ການ​ເມືອງ​ລະຫວ່າງ​ສາມປະ​ເທດ​ໄດ້​ຕົກ​ລົງ​ເຖິງ​ຈຸດ​ຕ່ຳ​ສຸດ​ໃນ​ປັດຈຸບັນ, ການ​ທີ່​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ແນວ​ໃດ​ໄດ້​ກາຍ​ເປັນ​ບັນຫາ​ຫຍຸ້ງຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ