ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ ຈີນ​ແລະຣັດ​ເຊຍ​ຄວນ​ຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸດ​ທະ​ສາດ​ໃນ​ລະດັບ​ສູງ​ໃຫ້​ ​ເປັນ​ຜົນສຳ​ເລັດ​ການ​ຮ່ວມ​ມື​ຕົວ​ຈິງ​ທີ່​ກວ້າງຂວາງ​ກວ່າ​​ເກົ່າ
2014-04-15 18:29:01  cri 
ວັນ​ທີ 15 ​ເມສາ​ນີ້ ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ເຊີ​​ແກ ລັຟຣົຟ ລັດຖະມົນຕີ​ວ່າ​ການກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ​ໃນ​ປັດຈຸບັນ, ການ​ພົວພັນ​ຈີນ-ຣັດ​ເຊຍກຳລັງ​ຢູ່​ໃນ​ໄລຍະ​ທີ່​ດີ​ທີ່ສຸດ​ໃນ​ປະຫວັດສາດ, ສອງ​ຝ່າຍ​ຄວນ ຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸດ​ທະ​ສາດ​ໃນ​ລະດັບ​ສູງ​ໃຫ້​ ​ເປັນ​ຜົນສຳ​ເລັດ​ການ​ຮ່ວມ​ມື​ຕົວ​ຈິງ​ທີ່​ກວ້າງຂວາງ​ກວ່າ​​ເກົ່າ.

ທ່ານ​ລັຟຣົຟ​ໄດ້​ສົ່ງຄວາມ​ອວຍພອນ​ອັນ​ດີງາມ​ຂອງ​ທ່ານ​ປະທານ​າທິບໍດີ​ວຣາດີ​ເມຍ​ປູ​ຕິນທີ່​ຝາກ​​​ນຳ​ທ່ານນັ້ນ​ໄປ​ໃຫ້​ທ່ານ​ສີ​ຈິ້ນ​ຜິ​ງ. ທ່ານ​ລັຟ​ຣົຟ​ກ່າວ​ວ່າ, ສາຍ​ພົວພັນ​ຄູ່​ຮ່ວມ​ມື​ປະສານ​ງານ​ຮອບດ້ານ​ຣັດ​ເຊຍ-ຈີນ​ມີ​ຜົນ​ສະທ້ອນ​ອັນ​ສຳຄັນ​ທີ່​ສຸດ​ຕໍ່​ທົ່ວ​ໂລກ. ຝ່າຍຣັດ​ເຊຍ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ທຳ​ຄວາມ​ເຂົ້າ​ໃຈ,ປະສານ​ງານ​ແລະ​ຮ່ວມ​ມື​ກັນ​ກັບ​ຈີນ. ທ່ານ​ປະທານາທິບໍດີ​ປູ​ຕິນຄອງ​ຄອຍ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຈີນ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ການ​ປະສານ​ງານ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ອາຊີ​ທີ່ຈະ​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ. ຝ່າຍ​ຣັດ​ເຊຍ​ຍິນ​ດີ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ຈີນ, ​ເຮັດ​ໃຫ້ການ​ຢ້ຽມຢາມ​ຂອງ​ທ່ານ​ປູ​ຕິນ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ຈົບງາມ,​ແລະ​ຊຸກຍູ້​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ການ​ປະສານ​ງານ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ອາຊີ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ດີ, ​ເພີ່ມ​ຄວາມ​ມີ​ຊີວິດ​ຊີວາ​ໃຫ້​ແກ່​ການ​ພົວພັນຣັດ​ເຊຍ-ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ