ທ່ານ​ສີ​ຈິ້ນ​ຜິ​ງ​ເນັ້ນໜັກ​ໃຫ້​ເລັ່ງລັດ​ສ້າງ​ກອງທັບ​ອາກາດ​ປະຊາຊົນທີ່​ເຂັ້ມ​ແຂງ​ໂດຍ​ເຊື່ອມ​ໂຍງ​ການ​ປ້ອງ​ກັນ​ແລະ​ການ​ໂຈມ​ຕີ​ທາງ​ອາກາດ​ແລະ​ທາງ​ອະວະກາດ
2014-04-15 15:31:34  cri 
ວັນ​ທີ 14 ເມສານີ້, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ​ໄດ້​ລົງ​ສຳຫຼວດວຽກ​ງານ​ກ່ຽວ​ກັບ​ການ​ສ້າງ​ກອງທັບ​ອາກາດ ​ແລະ ການ​ກະກຽມ​ຕໍ່ສູ້​ທາງ​ການ​ທະຫານ​ ຢູ່ອົງການ​ກອງທັບ​ອາກາດ ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ, ​ໂດຍ​ກ່າວ​ເນັ້ນວ່າ, ຕ້ອງ​​ເພີ່ມ​ທະວີ​ການ​ສ້າງ​ກອງທັບ​ໃຫ້​ຫັນ​ເປັນ​​ປະຕິວັດ, ຫັນ​ເປັນ​ທັນ​ສະ​ໄໝ ​ແລະ ​ເປັນ​ແບບ​ປະຈຳການ​ຢ່າງຮອບດ້ານ ​ໂດຍ​ປິ່ນ​ອ້ອມ​ເປົ້າໝາຍ​ຂອງ​ພັກ​ທີ່​ສ້າງ​ກອງທັບ​ໃຫ້​ເຂັ້ມ​ແຂງ, ​ເລັ່ງລັດ​ສ້າງ​ກອງທັບ​ອາກາດ​ຂອງ​ຈີນທີ່​ເຂັ້ມ​ແຂງ ​ໂດຍ​ມີການ​ເຊື່ອມ​ໂຍງ​ການ​ປ້ອງ​ກັນ​ແລະ​ການ​ໂຈມຕີ​ທາງ​ອາກາດ​ແລະ​ທາງ​ອະວະກາດ, ​ເພື່ອ​ສະໜອງ​ການ​ຄ້ຳປະກັນດ້ານ​ກຳລັງ​ອັນ​ແຂງ​ແຮງ​ໃຫ້​ແກ່​ການ​ບັນລຸ​ຄວາມ​ໄຝ່ຝັນທີ່​ເຮັດ​ໃຫ້​ຈີນ​ມີ​ຄວາມ​ເຂັ້ມ​ແຂງ​ຍິ່ງໆ​ຂຶ້ນ ​ແລະ ຄວາມ​ໄຝ່ຝັນ​ທີ່​ສ້າງ​ກອງທັບ​ໃຫ້​ເຂັ້ມ​ແຂງ​ຍິ່ງໆ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ