ຈີນ​ເຫັນ​ວ່າ ປະ​ເທດ​ທີ່​ກ່ຽວຂ້ອງ​ຄວນ​ປະລະ​ນະ​ໂຍບາຍ​ຮົ່ມ​ອາລັກຂານິວ​ເຄລຍ ​ແລະ ການ​ຊົມ​ໃຊ້ນິວ​ເຄລຍຮ່ວມ​ກັນ
2014-04-15 15:33:56  cri 

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 14 ​ເມສາ​ນີ້, ທ່ານ​ນາງ ຮວ້າຊຸ່ນຢິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ, ຖ້າຢາກ​ຈະ​ຊຸກ​ຍູ້​ຂະ​ບວນການຫຼຸດກຳລັງ​ຮົບ​ດ້ານ​ນິວ​ເຄລຍ, ກໍ​ຕ້ອງ​ຮັກສາ​ຄວາມ​ກ້ຳ​ເກິ່ງ​ກັນ​ແລະ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ຍຸດ​ທະ​ສາດ​ສາກົນ, ປະ​ເທດ​ທີ່​ກ່ຽວຂ້ອງ​ຄວນ​ປະລະ​ນະ​ໂຍບາຍຕ່າງໆ ​ເຊັ່ນ ຮົ່ມ​ອາລັກຂາ​ນິວ​ເຄລຍ ​ແລະ ການ​ຊົມ​ໃຊ້ນິວ​ເຄລຍຮ່ວມ​ກັນ.

​ໃນ​ກອງ​ປະຊຸມ​ຂ່າວ​ໃນ​ຄັ້ງນີ້ ມີ​ນັກ​ຂ່າວ​ຖາມ​ວ່າ: ຕາມ​ຂ່າວ​ແຈ້ງວ່າ, ລັດຖະມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດຂອງຫຼາຍປະ​ເທດ ​ເຊັ່ນ ຍີ່ປຸ່ນ​ເປັນຕົ້ນ ​ໄດ້​ອອກ​ "ຖະ​ແຫຼງການຮີ​ໂຣຊີ​ມາ" ພາຍຫຼັງກອງ​ປະຊຸມ​ວ່າ​ດ້ວຍການ​ລິ​ເລີ່​ມຫຼຸດກຳລັງ​ຮົບ​ດ້ານ​ນິວ​ເຄລຍ ​ແລະ ບໍ່​ແຜ່ຜາຍ​ນິວ​ເຄລຍ ທີ່​ຈັດ​ຂຶ້ນຢູ່​ຮີ​ໂຣຊີ​ມາ​ຍີ່ປຸ່ນ​ໄດ້​ສິ້ນ​ສຸດ​ລົງ, ​ໂດຍ​ຮຽກຮ້ອງ​ໃຫ້​ມີ​ການ​ເຈລະຈາ​ກ່ຽວ​ກັບ​ການຫຼຸດກຳລັງ​ຮົບ​ດ້ານ​ນິວ​ເຄລຍລະຫວ່າງ ຫຼາຍຝ່າຍ ​ເຊິ່ງລວມທັງ​ອາ​ເມ​ລິ​ກາ, ຣັດ​ເຊຍ ​ແລະ ຈີນ. ຝ່າຍ​ຈີນ​ມີ​ການ​ວິຈານ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ນາງ ຮົ້ວຊຸ່ນຢິງ ກ່າວ​ວ່າ: ການ​ຊຸກ​ຍູ້​ຂະ​ບວນການຫຼຸດກຳລັງ​ຮົບ​ດ້ານ​ນິວ​ເຄລຍ ​ແລະ ບັນລຸ​ໃຫ້​ໂລກ​ປອດ​ນິວ​ເຄລຍ ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະຊາ​ຄົມ​ໂລກ, ປະ​ເທດ​ທີ່ມີ​ອາວຸດ​ນິວ​ເຄລຍ​ໄດ້​ທຳ​ຄວາມ​ພະຍາຍາມ​ບໍ່​ໜ້ອຍ​ເພື່ອ​ຄວາມ​ປາດ​ຖະໜາ​ດັ່ງກ່າວ. ນາງ ກ່າວ​ຕື່ມ​ວ່າ: ຖ້າຢາກ​ຈະ​ຊຸກ​ຍູ້​ຂະ​ບວນການຫຼຸດກຳລັງ​ຮົບ​ນິວ​ເຄລຍ, ກໍ​ຕ້ອງ​ຮັກສາ​ຄວາມ​ກ້ຳ​ເກິ່ງ​ກັນ​ແລະ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ຍຸດ​ທະ​ສາດ​ສາກົນ, ປະ​ເທດ​ທີ່​ກ່ຽວຂ້ອງ​ຄວນ​ປະລະ​ນະ​ໂຍບາຍຕ່າງໆ ​ເຊັ່ນ ຮົ່ມ​ອາລັກຂາ​ນິວ​ເຄລຍ ​ແລະ ການ​ຊົມ​ໃຊ້ນິວ​ເຄລຍຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ