ໜັງສືພິມ "​ວໍຊິງ​ຕັນ​ໂພສ໌" ​ແລະ​ ໜັງສືພິມ "The Guardian"ຂອງ​ອາ​ເມ​ລິ​ກາຮັບ​ລາງວັນ​ "ປູ​ລິດ​ເຊີ"ປີ2014ຍ້ອນ​ໄດ້​ລາຍງານ​ເຫດການພຼິ​ແຊມ (​prism)
2014-04-15 16:20:19  cri 
ຕາມ​ຂ່າວCRI: ວັນ​ທີ14​ເມສາ​ນີ້​, ລາງວັນ "ປູ​ລິດ​ເຊີ​" ​(Pulitzer) ໄດ້​ປະ​ກວດ​ຢູ່​ມະຫາວິທະຍາ​​ໄລ​ໂກ​ລຸ​ມ​ເບຍຂອງ​ອາ​ເມ​ລິ​ກາ. ​ໃນ​ທັງ​ໝົດ14ລາງວັນປະ​ເພດ​ຂ່າວ, ໜັງສືພິມ "​ວໍຊິງ​ຕັນ​ໂພສ໌" ​ໄດ້​ຮັບ​ສອງ​ລາງວັນ​ໃຫຍ່​ ຄື "ລາງວັນການ​ບໍລິການ​ສາທາລະນະ" ​ແລະ "ລາງວັນ​ລາຍ​ງານ​ແບບ​ອະພິບາຍ". ຍ້ອນ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຫດການ​ຕິດຕາມ​ລັກ​ຟັງ​ຫຼືພິຼ​ແຊມ​(​prism)ຂອງອົງການ​ຮັກສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດອາ​ເມ​ລິ​ກາ, ໜັງສືພິມ "​ວໍ ຊິງ​ຕັນ​ໂພສ໌" ​ແລະ​ ໜັງສືພິມ "The Guardian"ຂອງ​ອາ​ເມ​ລິ​ກາຮັບ "​ລາງວັນການ​ບໍລິການ​ສາທາລະນະ", ສ່ວນ ໜັງສືພິມ "​ວໍຊິງ​ຕັນ​ໂພສ໌"​ໄດ້​ຮັບ​ "ລາງວັນລາຍ​ງານ​​ແບບ​ອະທິບາຍ"​ແມ່ນ​ຍ້ອນ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບການ​ນຳ​ໃຊ້​ໃບ​ທັນ​ຍາ​ຫານ​(Food Stamp)ພາຍຫຼັງ​ເສດຖະ ກິດ​ອາ​ເມ​ລິ​ກາ​ຊຸດ​​ໂຊມ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ