ນະຄອນຫຼວງ​ນີ​ເຊຣີຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດຍົນ ​​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ71​ຄົນ​​ແລະ​ບາດ​ເຈັບ124​ຄົນ
2014-04-15 16:21:14  cri 
ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ14​ເມສາ​ນີ້, ຢູ່​ສະ​ຖາ​ນີລົດ​ແມ​ທີ່​ເປັນ​ສູນ​ຄົມ ມະນາຄົມ​ແຫ່ງໜຶ່ງຂອງ​ນະຄອນຫຼວງອາບູຈາຂອງນີ​ເຊຣີ​ໄດ້​ເກີດ​ເຫດການ​ໂຈມ​ຕີດ້ວຍ​ລະ​ເບີດ​ລົດ​ຍົນ​ແບບ​ສະຫຼະຊີບ. ນັບ​ມາ​ຮອດ​ປະຈຸ​ບັນ​ນີ້, ​ຢ່າງ​ໜ້ອຍ​ມີຜູ້​ເສຍ​ຊີວິດ71​ຄົນບາດ​ເຈັບ124​ຄົນ. ປະຈຸ​ບັນ, ​ຍັງ​ບໍ່​ທັນມີ​ອົງການ​ໃດກ່າວ​ຄວາມ​ຮັບຜິດຊອບ​ຕໍ່​​ເຫດການ​ນີ້​ເທື່ອ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ