ອັດກອງ​ປະຊຸມ​ປະຈຳ​ປີ​ລະດູ​ໃບ​ໄມ້​ປົ່ງ​ຂອງ​ IMF
2014-04-15 16:37:48  cri 
ຫວ່າງ​ມໍ່ໆ​ມາ​ນີ້, ກອງ​ປະຊຸມ​ປະຈຳ​ປີ​ລະດູ​ໃບ​ໄມ້​ປົ່ງ​ຂອງ​ອົງການ​ກອງ​ທຶນ​ເງິນ​ຕາສາກົນ​ຫຼື IMF ທີ່​ດຳ​ເນີນ​ມາ​ເປັນ​ເວລາ 3 ວັນ​ໄດ້​ອັດ​ລົງ​ແລ້ວ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ​, ​ໃນ​ໄລຍະ​​ໄຂກອງ​ປະຊຸມ, ຍຸດ​ທະ​ສາດ​ດ້ານ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ສົນ​ໃຈຈາກ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຢ່າງ​ກວ້າງຂວາງ​.

ທ່ານ​ຈູ່ມິນ, ຮອງ​ຜູ້ອຳນວຍການ​ໃຫຍ່​ອົງການ IMF ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ​ເມສາ​ນີ້​ວ່າ, "ລັດຖະມົນຕີ​ການ​ເງິນ​ແລະ​ຜູ້ວ່າການ​ທະນາຄານ​ກາງ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຈີນ​ທີ່​ສາມາດ​ພັດທະນາເສດຖະກິດ​ຢ່າງ​ໝັ້ນ​ທ່ຽງ, ​ເຫັນ​ວ່າ​ເສດຖະກິດ​ຈີນຈະ​ສາມາດ​ສືບ​ຕໍ່ຮັກສາ​ຈັງຫວະ​ການ​ເຕີບ​ໂຕ​ໃຫ້​ຢູ່​ລະຫວ່າງ 7% ຫາ 7,5%, ນີ້​ແມ່ນ​ເລື່ອງທີ່​ດີ, ​​ເພາະວ່າ​ນີ້​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​​ໃຫຍ່ໃນ​ການ​​ເຮັດໃຫ້​ເສດຖະກິດ​ໂລກ​ມີ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ, ​ໃນ​ໄລຍະ​ໄຂ​ກອງ​ປະຊຸມຄັ້ງ​ນີ້, ສິ່ງ​ທີ່ຫຼາຍ​ປະ​ເທດສະ​ເພາະຢ່າງ​ຍິ່ງ​ແມ່ນ​ປະ​ເທດ​ອາ​ຟຣິກາ​ແລະ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ເອົາ​ໃຈ​ໃສ່​ທີ່​ສຸດນັ້ນ​ບໍ່​ແມ່ນ​ເສດຖະກິດ​ໂລກ, ຫາກແມ່ນ​ຍຸດ​ທະ​ສາດ​ດ້ານ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ. "

ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ຈູ່ມິນ​ກໍ່​​ໄດ້​ຊີ້​ອອກ​ວ່າ, ​ໃນ​ຂະນະ​ທີ່​ສະ​ແຫວ​ງຫາ​ການ​ພັດທະນາ​ເສດຖະກິດ​ຢ່າງ​ມີ​ຄວາມ​ດຸນດ່ຽງ, ຈີນ​ກໍ່​ໄດ້ຫຼຸດ​ການ​ລົງທຶນ​​ໃຫ້​ໜ້ອຍລົງ,ນີ້ຈະ​ມີ​ຜົນ​ກະທົບ​ຕໍ່​ຈີ​ເລ, ​ເບຼຊິນ, ອົສຕຼາລີ, ສ.​ເກົາ​ຫຼີ​, ​ໄທ​ແລະ​ປະ​ເທດ​ອື່ນໆ​ທີ່​ສົ່ງ​ອອກ​ຜະລິດ​ຕະພັນ​ອຸດສາຫະກຳ​ການ​ການ​ຜະລິດ​ແລະ​ແຮ່​ທາດຕໍ່​ຈີນ, ທັງ​ນີ້​ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ທຳ​ການ​ປັບປຸງທີ່​ເໝາະ​ສົມ, ​ເພາະ​ວ່າ​ເວົ້າ​ໂດຍ​ລວມ​ແລ້ວ, ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ມີ​ຄວາມ​ດຸນ​ດ່ຽງ​ແລ້ວ, ກໍ່ຈະ​ມີ​ຜົນ​ດີ​ຕໍ່​ເສດຖະກິດ​ໂລກ​​ເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ