ທ່ານ​ສີ​ຈິ້ນ​ຜິ​ງ​ເນັ້ນ​ໜັກ​ໃຫ້​ເດີນ​ຕາມ​ເສັ້ນທາງ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ຈີນ
2014-04-16 11:53:46  cri 
ຕາມ​ຂ່າວສານ​ຊີ​ນຮວາ: ທ່ານ​ສີ​ຈິ້ນຜິ​ງ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການສູນ​ກາງ​ພັກ​ຄອມ​ມູນິດ​ຈີນ, ປະທານ​ປະ​ເທດ​, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນທັງ​ເປັນ​ປະທານ​ຄະນະ​ກຳມະການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສູນ​ກາງ​ຈີນ​​ໄດ້ເປັນ​ປະທານ​ກອງ​ປະຊຸມ​ຄະນະ​ກຳມະການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສູນ​ກາງ​ຈີນ​ຄັ້ງ​ທຳ​ອິດ​ໃນ​ຕອນ​ເຊົ້າ​ວັນ​ທີ 15 ​ເມສາ​ນີ້. ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ກ່າວ​ເນັ້ນ​ວ່າ, ຕ້ອງ​ກຳ​ແໜ້ນ​ຈຸດ​ພິ​ເສດ​ໃໝ່​ແລະ​ທ່າ​ອ່ຽງ​ໃໝ່​ແຫ່ງການ​ປ່ຽນ​ແປງ​ຂອງ​ສະຖານະ​ການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຢ່າງ​ຖືກຕ້ອງ, ຍຶດຖື​ທັດສະນະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​​ໂດຍ​ລວມ, ​​ເປີດເສັ້ນທາງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ຈີນ​ສາຍ​ໜຶ່ງ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ປະຈຸ​ບັນ, ຕ້ອງ​ຍຶດຖື​ທັດສະນະ​​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ໂດຍລວມ, ຖື​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ເປັນຈຸດປະສົງ, ຖື​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ​ເປັນຫຼັກ, ຖື​ຄວາມ​ໝັ້ນ​ທ່ຽງ​ທາງ​ດ້ານ​​ເສດຖະກິດ​ເປັນ​ພື້ນຖານ, ຖື​ຄວາມ​ໝັ້ນຄົງ​ທາງການ​ທະຫານ, ວັດທະນະທຳ ​ແລະຄວາມ​ສະຫງົບ​ທາງ​ສັງຄົມ​ເປັນ​ສິ່ງ​​ ​ຄ້ຳປະກັນ, ຖືການ​ຊຸກຍູ້​ຄວາມ​ໝັ້ນຄົງ​ຂອງ​ໂລກ​ເປັນ​ສິ່ງ​ອ້າງ​ອີງ, ​​ເພື່ອ​ເປີດເສັ້ນທາງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ຈີ​ນສາຍ​ໜຶ່ງ, ຕ້ອງ​ໃຫ້​ຄວາມ​ສຳຄັນ​ຕໍ່​ຄວາມ​ໝັ້ນຄົງ​ທາງ​ພາຍ​ນອກດ ທັງ​ໃຫ້​ຄວາມ​ສຳຄັນ​ຕໍ່​ຄວາມ​ໝັ້ນຄົງ​ທາງ​ພາຍ​ໃນ, ຕ້ອງ​ໃຫ້​ຄວາມ​ສຳຄັນ​ຕໍ່​ຄວາ​ມໝັ້ນຄົງ​ຂອງ​ດິນ​ແດນ​ແຫ່ງ​ຊາດ, ທັງ​ໃຫ້​ຄວາມ​ສຳຄັນ​ຕໍ່ຄວາມ​ປອດ​​ໄພ​ຂອງ​ປະຊາຊົນ​, ຍຶດໝັ້ນຖື​ປະຊາຊົນ​ເປັນ​ກົກ, ຖື​ຄົນ​ເປັນກົກ, ຍຶດໝັ້ນຄວາມ​ໝັ້ນຄົງ​​ແຫ່ງ​ຊາດ, ​ທຸ​ກສິ່ງ​ທຸກ​ຢ່າງ​ມາ​ຈາກ​ປະຊາຊົນ​ແລະ​ເພື່ອ​ປະຊາຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ