ອູ​ແກຣນ​ໃຊ້​ກຳລັງ​ອາວຸດ​ຢູ່​ພາກ​ຕາ​ເວັນ​ອອກ​ ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ ​ປຶກສາ​ຫາລືກັນ​ໂດຍ​ດ່ວນ
2014-04-16 11:54:38  cri 
ຕາມ​ຂ່າວCRI: ວັນ​ທີ 6 ​ເມສາ​ນີ້, ປະຊາຊົນທີ່​ນິຍົມຣັດ​ເຊຍ​ຢູ່​ສາມ​ລັດ ພາກ​ຕາ​ເວັນ​ອອກ​ຂອງອູ​ແກຣນ​ໄດ້​ຈັດການ​ໂຮມ​ຊຸມນຸມ​ປະ​ທ້ວງຢ່າງ​ຂະໜາດ​ໃຫຍ່, ​​ໂດຍສະ​ເໜີຄວາມ​ຮຽກຮ້ອງ​ຕ້ອງ​ການຊຶ່ງໃຫ້​ປະຕິບັດ​ລະບອບ​ສະຫະພັນ​ຢູ່​ອູ​ແກຣນ​, ​ແລະ​ໄດ້​ເຂົ້າ​ຍຶດຄອງອາຄານ​ສຳນັກງານ​ຂອງ​ອຳນາດ​ກາ​ນປົກຄອງ​ຂອງ​ສາມລັດ​ດັ່ງກ່າວ. ວັນ​ທີ 15 ​ເມສາ​ນີ້, ອູ​ແກຣນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງການ​ທະຫານ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນ, ​​ເຊິ່ງ​ເຮັດ​ໃຫ້​ພາຍ​ນອກມີ​ການ​ຕິດຕາມ​ຢ່າງ​ໃກ້ຊິດ.

ວັນ​ທີ 15 ​ເມສາ​ນີ້, ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ, ປະທານາທິບໍດີຣັດ​ເຊຍ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ທ່ານ​ບັນ​ກີ​ມູນ ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ, ທ່ານ​ປູ​ຕິນກ່າວ​ເນັ້ນ​ວ່າ, ຣັດ​ເຊຍ​ຫວັງຢາກ​ໃຫ້​ສະຫະ​ປະຊາ​ຊາດ​ແລະ​ປະຊາ​ຄົມ​ໂລກ​ກ່າວ​ປະນາມຢ່າງ​ຈະ​ແຈ້ງ​ຕໍ່ການ​ກະທຳທີ່​ລະ​ເມີດ​ລັດຖະທຳ​ມະນູ​ນຂອງ​​ເຈົ້າ​ໜ້າ​ທີ່ອູ​ແກຣນ. ​ໃນ​ໂທລະສັບ ທ່ານ​ບັນ​ກີ​ມູນ​ກ່າວ​ວ່າສະຖານະ​ການ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນ​ໃນ​ປະຈຸ​ບັນ "ມີ​ຄວາມ​ບໍ່​ໝັ້ນ​ຄົງ​ທີ່​ສຸດ", ທ່ານ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ສະ​ແຫວ​ງຫາ​ວິທີ​ຕ່າງໆ​ເພື່ອເຮັດ​ໃຫ້​ສະຖານະ​ການ​ຜ່ອນຄາຍ​ລົງ​ໃນ​ທັນທີ.

ມື້​ດຽວ​ກັນ, ທ່ານ​ດີ​ມີ​ຕຣີ ​ແມັດ​ເວ​ເດັຟກ່າ​ວວ່າ, ອູ​ແກຣນພວມ​ຕົກຢູ່​ສະພາບ​ຂອງ​ສົງຄາມ​ກາງ​ເມືອ​ງຢູ່.

ນອກ​ນີ້​, ວັນ​ທີ 15 ​ເມສາ​ນີ້, ທ່ານນາງ​ເຈນ ພະ​ສະ​ກີ ​ໂຄສົກ​ລັດຖະບານ​ອາ​ເມ​ລິ​ກາ​ກ່າວ​ວ່າ, ກຸ່ມ​ປະກອບ​ອາວຸດ​ໄດ້​ກໍ່​ການ​ເຄື່ອນ​ໄຫວ​ທ້າ​ທາຍ​ຍຶດຄອງ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນຂຶ້ນ​ກ່ອນ, ລັດຖ​ະບານ​ອູ​ແກຣນຈຶ່ງ​ໄດ້ທຳ​ການ​ຕອບ​ໂຕ້​ຕໍ່​ສະຖານະ​ການ​ແບບ​ນີ້, ທ່ານ​ເຈນ ພະ​ສະ​ກີຍັງ​ໄດ້​ປະຕິ​ເສດ​ຄຳ​ເວົ້າຈາກ​ພາຍ​ນອກ​ທີ່​ວ່າຢູ່​ອູ​ແກຣນພວມ​ເລີ່​ມຕົ້ນ "ສົງຄາມ​ກາງ​ເມືອງ", ການ​ກະທຳ​ຂອງລັດຖະບານ​ອູ​ແກຣນທີ່​ໃຊ້​ກອງທັບ​​ເພື່ອເຮັດ​ໃຫ້​ສະຖານະ​ການ​ຜ່ອນຄາຍ​ແລະສະຫງົບ​ລົງ​ແມ່ນ​ເພື່ອ "ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ປະ​ເທດຕົນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ