ຍານ​ຄົ້ນ​ຫາ​ໃຕ້ນ້ຳ "ບຼູຟິນ-21"​​ຊອກ​ຄົ້ນ​ຫາ​ຕາມ​ພື້ນ​ທະ​ເລ​ຄັ້ງ​ທີ 10 ຍັງ​ບໍ່​​ພົບ​ເຫັນ​ຫຍັງ
2014-04-23 18:31:53  cri 

ວັນ​ທີ 23 ​ເມສາ​ນີ້, ສູນ​ປະສານ​ງານ​ຮ່ວມຂອງ​ອົດ​ສະຕຣາລີ​ເພື່ອ​ຄົ້ນ​ຫາຖ້ຽວ​ບິນ MH 370 ​ຂອງ​ມາ​ເລ​ເຊຍທີ່​ຫາຍ​ສາບ​ສູນ​ໄປ​ໄດ້ປະກາດ​ວ່າ, ໜ້າ​ທີ່​ຊອກ​ຄົ້ນ​ຫາ​ຕາມ​ພື້ນ​ທະ​ເລ​ຄັ້ງ​ທີ 10 ທີ່​ຍານ​ຄົ້ນ​ຫາ​ໃຕ້​ນ້ຳອັດ​ຕະ​ໂນ​ມັດ​ທີ່​ມີ​ຊື່ວ່າ "ບຼູຟິນ-21"​ເລີ່​ມປະຕິບັດການ​ໃນ​ວັນ​ທີ 22 ​ເມສາ​ນີ້​ໄດ້​ສິ້ນ​ສຸດ​ລົງ​ແລ້ວ​ໃນ​ຕອນ​ເຊົ້າ​ວັນ​ທີ 23 ​ເມສາ​ນີ້. ປະຈຸ​ບັນ, ​ໄດ້​ສຳ​ເລັດໜ້າ​ທີ່​ຄົ້ນ​ຫາ​​ເຂດ​ທະ​ເລ​​ໃຈກາງ​ຫຼາຍ​ກວ່າ 80% ​ແລ້ວ,ແຕ່ບໍ່ໄດ້ພົບເຫັນຫຍັງ.ວັນ​ທີ 23 ​ເມສາ​ນີ້, ສູນ​ປະສານ​ງານ​ຮ່ວມ​ໄດ້​ຢືນຢັນ​ຕໍ່​ຕົວ​ເລກ​ຂໍ້​ມູນ​ດັ່ງກ່າວ, ນີ້ໝາຍ​ຄວາມ​ວ່າ​ຈະ​ສາມາດ​ສຳ​ເລັດ​ໜ້າ​ທີ່​ຄົ້ນ​ຫາ​ຕາມ​ພື້ນ​ທະ​ເລ​ຂອງ​ເຂດ​ທະ​ເລ​​ໃຈກາງ​ພາຍ​ໃນ​ຫຼາຍ​ມື້ຕໍ່​ໜ້າ.


1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ