ລັດຖະບານ​ຟີ​ລິບ​ປິນກ່າວຂໍ​ໂທດ​​ຢ່າງ​ເປັນ​ທາງ​ການ​ຢູ່​ຮົງ​ກົງ​ກ່ຽວ​ກັບເຫດການ​ຈີ້​ຕົວ​ປະກັນ​ທີ່​ມາ​ນີລາ
2014-04-24 10:52:35  cri 
ວັນ​ທີ 23 ​ເມສາ​ນີ້, ຢູ່​ຮົງ​ກົງ​, ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ກັບ​ລັດຖະບານ​ຟີ​ລິບ​ປິນ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວກັບ​ເຫດ​ການ​ຈີ້​ຕົວ​ປະກັນ​ທີ່​ມາ​ນີລາ. ລັດຖະບານ​ຟີ​ລິບ​ປິນຂໍ​ໂທດ​ຢ່າງ​ເປັນ​ທາງ​ການ​ຕໍ່​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ເຫດ​ການ​ພ້ອມ​ດ້ວຍ​ຄອບຄົວ​ຂອງ​ເຂົ​າ​ເຈົ້າ, ​ເປີດ​ເຜີຍ​ມາດ​ຕະການ​ລົງ​ໂທດ​ຕໍ່​ຜູ້ກ່ຽວຂ້ອງ​ພ້ອມດ້ວຍ​ມາດ​ຕະການ​ປັບປຸງ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ນັກ​ທ່ອງ​ທ່ຽວ.

ຖະ​ແຫຼ​ງການ​ຮ່ວມ​ຂຽນ​ວ່າ, ທ່ານ​ລຽງ​ເຈີ້ນ​ຢິ່ງ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ແລະ​ທ່ານ​ເບ​ນິກ​ໂນ ອາ​ກີ​ໂນ Ⅲ ປະທານາທິບໍດີ​ຟີ​ລິບ​ປິນ​ເຫັນ​ດີ​ສະ​ແຫວ​ງຫາ​ແຜນການ​ແກ້​ໄຂ​ທີ່​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ເຫດການ​ຈີ້​ຕົວ​ປະກັນ​ທີ່​ເກີດ​ຂຶ້ນ​ຢູ່​ນະຄອນຫຼວງ​ມາ​ນີລາ​ຂອງ​ຟີ​ລິບ​ປິນ​ໃນ​ວັນ​ທີ 23 ສິງຫາ​ 2010. ອົງການ​ປົກ​ຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ແລະ​ລັດ​ຖະ​ບານ​ຟີ​ລິບ​ປິນ​ເຫັນ​ດີ​ແກ້​ໄຂ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ​ພ້ອມ​ດ້ວຍ​ຄອບ​ຄົວ​ໃນ 4 ດ້ານ ຄື ຂໍ​ໂທດ, ​ທົດ​ແທນຄວາມ​ເສຍ​ຫາຍ, ລົງ​ໂທດ​ເຈົ້າ​ໜ້າ​ທີ່​ຊີ້​ນຳ​ແລະບຸກຄົນ​ອື່ນໆ​ທີ່​ກ່ຽວຂ້ອງພ້ອມ​ດ້ວຍ​ການ​ໃຊ້​ມາດ​ຕະການ​ຮັບປະກັນ​ຄວາມປອດ​ໄພ​ຂອງ​ນັກ​ທ່ອງ​ທ່ຽວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ