ຈີນ​ເດັດດ່ຽວ​ຄັດຄ້ານ​ການ​ຖື​ເກາະ​ຕ້ຽວ​ຢູ​ເປັນ​ເປົ້າ​ໝາຍ​ທີ່​ເໝາະ​ໃຊ້​ກັບ​ສົນທິສັນຍາ​ວ່າ​ດ້ວຍການ​ຮັບປະກັນຄວາມ​ໝັ້ນຄົງ​ລະຫວ່າງ​ຍີ່​ປຸ່ນກັບ​ອາ​ເມ​ລິ​ກາ
2014-04-24 11:24:24  cri 
ທ່ານຊິນກ່າງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຂ່າວທີ່ຈັດຂຶ້ນ​ໃນ​ວັນ​ທີ 23 ​ເມສາ​ນີ້​​ວ່າ, ​ໃນກໍລະ​ນີທີ່ທ່ານ​ບາຣັກ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ​ເກາະ​ຕ້ຽວ​ຢູ​ເໝາະ​ໃຊ້​ກັບ​ສົນທິສັນຍາ​ວ່າ​ດ້ວຍ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ລະຫວ່າງ​ຍີ່​ປຸ່ນກັບ​ອາ​ເມ​ລິ​ກາ, ຈີນ​ເດັດດ່ຽວ​ຄັດຄ້ານ​ການ​ຖື​ເກາະ​ຕ້ຽວ​ຢູ​ເປັນ​ເປົ້າ​ໝາຍ​ທີ່​ເໝາະ​ໃຊ້​ກັບ​ສົນທິສັນຍາ​ວ່າ​ດ້ວຍ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ລະ​ຫວ່າງ​ຍີ່​ປຸ່ນກັບ​ອາ​ເມ​ລິ​ກາ, ພ້ອມ​ດຽວ​ກັນນັ້ນ, ອາ​ເມ​ລິ​ກາ​ຄວນ​ເຄົາລົບ​​ແລະປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນທີ່ວ່າ, ຈະ​ບໍ່​ເຂົ້າ​ຂ້າງ​ຝ່າຍ​ໃດ​ຝ່າຍ​ໜຶ່ງໃນ​ບັນຫາ​ກ່ຽວ​ກັບ​ອຳນາດ​ອະທິປະ​ໄຕ​ທາງ​ດ້ານ​ດິນ​ແດນ.

ທ່ານ​ຊິນ​ກ່າງ​ຊີ້​ອອກ​ວ່າ, ພັນທະ​ມິດ​ຍີ່ປຸ່ນ​ອາ​ເມລິ​ກາ​ເປັນ​ການຈັດ​ວາງ​ລະຫວ່າງ​ສອງ​ຝ່າຍ​ທີ່​ເກີດ​ຂຶ້ນ​ໃນ​ສະ​ໄໝ​ສົງຄາມ​ເຢັນ, ບໍ່​ຄວນ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຜືນ​ແຜ່ນດິນ​,ອະທິປະ​ໄຕ​,​ສິດ​ແລະຜົນປະ​ໂຫຍ​ດທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຈີນ, ຈີນ​ເດັດດ່ຽວ​ຄັດຄ້ານ​ການ​ຖື​ເກາະ​ຕ້ຽວ​ຢູ​ເປັນ​ເປົ້າ​ໝາຍ​ທີ່​ເໝາະ​ໃຊ້​ກັບ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ລະຫວ່າງ​ຍີ່​ປຸ່ນກັບ​ອາ​ເມ​ລິ​ກາ. ອາ​ເມ​ລິ​ກາ​ຄວນ​ເຄົາລົບ​ຄວາມ​ເປັນ​ຈິງ, ​ເຄົາ​ລົບ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ດ້ວຍ​ທ່າ​ທີ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​,​ແລະ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ຢ່າງ​ແທ້​ຈິງ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ເຖຍ​ລະ​ພາບ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ