ຮົງ​ກົງ​ປະກາດ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ​ຕໍ່​ຟີ​ລິບ​ປິນ
2014-04-24 13:32:11  cri 
ວັນ​ທີ 23 ​ເມສາ​ນີ້, ທ່ານ​ລຽງ​ເຈິ້ງ​ຢິ່ງ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ​ປະກາດ​ວ່າ, ອົງການ​ປົກຄອງ​ຮົງ​ກົງ​ກັບ​ລັດຖະບານ​ຟີ​ລິບ​ປິນ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ເຫດ​ການ​ຈີ້​ຕົວ​ປະກັນ​ທີ່​ມາ​ນີລາ, ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຍົກ​ເລີກ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ຟີ​ລິບ​ປິນ​ເລີ່​ມ​ແຕ່ວັນ​ທີ 23 ​ເມສາ​ນີ້​ເປັນ​ຕົ້ນ​ໄປ, ພ້ອມ​ທັງ​ປັບ​ຫຼຸດລະດັບ​ການ​ເຕືອນ​ໄພ​ໄປ​ທ່ອງ​ທ່ຽວ​ຢູ່​ຟີ​ລິບ​ປິນຈາກ​ລະດັບ​ສີດຳ​ໃຫ້​ຫຼຸດ​ລົງ​ເຖິງ​ລະດັບ​ສີ​ເຫຼືອງ. ​ໃນ​ວັນ​ດຽວ​ກັນ, ທຳ​ນຽບ​ປະທານາທິບໍດີ​ຟີ​ລິບ​ປິນກ່າວ​ວ່າ, ສາຍ​ພົວພັນ​ລະຫວ່າງ​ຟີ​ລິບ​ປິນກັບ​ຮົງ​ກົງ​ກຳລັງ​ໄດ້​ຮັບ​ການ​ຟື້ນ​ຟູ​ຄື​ນສູ່​ປົກກກະຕິ.

ໃນ​ເວລາພົບ​ປະ​ກັບ​ນັກ​ຂ່າ​ວ, ທ່ນ​ໂຈ​ເຊັຟ ​ເອັສຕຣາດາ ​ເຈົ້າ​ຄອງ​ນະຄອນຫຼວງ​ມາ​ນີລາ​ຂອງ​ຟີ​ລິບປິນກ່າວ​ວ່າ, ທ່ານ​ເດີນທາງ​ໄປ​ຮົງ​ກົງ​ໃນ​ເທື່ອ​ນີ້​ແມ່ນ​ຕາງໜ້າ​ໃຫ້​ຄະນະ​ລັດຖະບານ​ຟີ​ລິບ​ປິນກ່າວ​ຂໍ​ໂທດ, ​ເຫດການ​ຈີ້​ຕົວ​ປະກັນ​ຊາວ​ຮົງ​ກົງ​ແມ່ນ​ເກີດ​ຂຶ້ນ​ຢູ່​ນະຄອນຫຼວງ​ມາ​ນີລາ, ​ເຈົ້າຄອງ​ນະຄອນ​ເປັນ​ຜູ້​ຊີ້​ນຳ​ເຈົ້າ​ໜ້າ​ທີ່​ຕຳຫຼວດ, ດ້ວຍ​ເຫດ​ນີ້,ສາມາດ​ໃຫ້​ເຈົ້າຄອງ​ນະຄອນ​ເປັນ​ຜູ້​ກ່າວ​ຂໍ​ໂທດ. ທ່ານ​ເຜີຍ​ໃຫ້​ຮູ້​ວ່າ, ​ຍອມ​ຈຳນວນຄ່າ​ທົດ​ແທນ​ທີ່​ຜູ້​ຖືກ​ເຄາະ​ຮ້າຍ​ພ້ອມ​ດ້ວຍ​ຄອບຄົວ​​ຈະ​ໄດ້​ຮັບ​ນັ້ນ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 20 ລ້ານ​ໂດ​ລາ​ຮົງ​ກົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ