ຈະ​ເປີດ​ເຜີຍແຜນການຫຼ້າ​ສຸດ​ກ່ຽວ​ກັບ​ການ​ຊອກ​ຄົ້ນ​ຫາ​ເຮືອ​ບິນ​ໂດຍ​ສານ​ທີ່​ຫາຍ​ສາບ​ສູນ​ໄປ​ຂອງ​ມາ​ເລ​ເຊຍ​​ໃນ​ອາທິດ​ໜ້າ
2014-04-24 13:35:21  cri 
ວັນ​ທີ 23 ​ເມສາ​ນີ້, ສູນ​ປະສານ​ງານ​ຮ່ວມ​ຂອງ​ອົສຕຣາລີ​ກ່າວ​ວ່າ, ປັດຈຸບັນ, ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ໂດຍ​ສານ​ທີ່​ຫາຍ​ສາບ​ສູນ​ໄປ​ຂອງ​ມາ​ເລ​ເຊຍ​ຢູ່​ໃຕ້​ນ້ຳ​ທະ​ເລ​ໄດ້​ສຳ​ເລັດ​ໄປ​ແລ້ວຫຼາຍ​ກວ່າ 80%, ຍານ​ດຳ​ນ້ຳ​ທີ່​ບໍ່ມີ​ຄົນ​ຂັບ "Bluefin-21"​ໄດ້​ສຳ​ເລັດ​ການ​ປະຕິບັດ​ໜ້າ​ທີ່​ຊອກ​ຄົ້ນ​ຫາ​ຢູ່​ໃຕ້​ນ້ຳ​ທະ​ເລ 10 ​ເທື່ອ. ມາ​ຮອດ​ປັດຈຸບັນ, ຍັງ​ບໍ່​ທັນ​ໄດ້​ພົບ​ເຫັນ​ຂໍ້​ມູນຫຼື​ສິ່ງ​ຂອງ​ທີ່​ກ່ຽວ​ກັບ​ເຮືອບິນ​ໂດຍສານ​ຖ້ຽວ​ບິນ MH370 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ເທື່ອ.

ທ່ານ​ເດ​ວິດ ຈອນສຕັນ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອົສຕຣາລີ​ກ່າວ​ວ່າ, ອົສຕຣາລີ​ກຳລັງປຶກສາ​ຫາລື​ກັບ​ຈີນ, ມາ​ເລ​ເຊຍ​ແລະ​ອາ​ເມ​ລິ​ກາ, ຄາດ​ວ່າ​ຈະປະກາດແຜນການ​ຊອກ​ຄົ້ນ​ຫາ ​ຫຼ້າ​ສຸດ​ໃນ​ອາທິດ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ