ອາ​ເມ​ລິ​ກາ​ຕີ​ລາຄາ​ສູງ​ຕໍ່​ກອງ​ປະຊຸມ​ປະຈຳ​ປີ​ຂອງເວທີ​ປຶກສາ​ຫາລື​ກອງທັບ​ເຮືອ​ມະຫາ​ສະໝຸດ​ປາຊີ​ຟິກຕາ​ເວັນ​ຕົກທີ່​ຮັບຮອງ "ກະຕິ​ກາ​ການ​ພົບ​ພໍ້​ໂດຍ​ບັງ​ເອີນ​ຢູ່​ເທິງ​ທະ​ເລ"
2014-04-24 18:10:13  cri 
ຕາມ​ຂ່າວCRI: ວັນ​ທີ 23 ​ເມສາ​ນີ້, ທ່ານ​ສຕີ​​ເຟັນ ວາ​ເຣັນ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ກອງ​ປະຊຸມປະຈຳ​ປີ​ຂອງເວທີ​ປຶກສາ​ຫາລືກອງທັບ​ເຮືອມະຫາ​ສະ​ໝຸດປາຊີ​ຟິກຕາ​ເວັນ​ຕົກຄັ້ງ​ທີ 14 ທີ່​ຈັດຂຶ້ນ​ຢູ່​ນະຄອນ​ຊິ່ງຕາວ​ແຂວງ​ຊ່ານ​ຕຸ່ງຂອງ​ຈີນ​ເຊິ່ງ​ໄດ້​ຜ່ານຮັບຮອງ​​ເອົາ"ກະຕິ​ກາ​ການ​ພົບ​ພໍ້​ໂດຍ​ບັງ​ເອີນ​ຢູ່​ເທິງ​ທະ​ເລ"ຢ່າງ​ເປັນທາງ​ການ.

ທ່ານ​ສຕີ​ເຟັນ ວາ​ເຣັນກ່າວ​ວ່າ, ການ​ຮັບຮອງ​ເອົາ​ກະຕິ​ກາ​ສະບັບ​ນີ້​ຈະ​​ເປັນ​ການຊຸກຍູ້​ການ​ສົນທະນາ​ແລະ​ການ​​ແລກປ່ຽນ​ລະຫວ່າງ​ກອງທັບ​ເຮືອ​ຂອງ​ປະ​ເທດ​ຕ່າງໆ​ຕື່ມ​ອີກ, ຫຼຸດ​ຜ່ອນຄວາມ​ເຂົ້າ​ໃຈ​ຜິດ​ຕໍ່​ການ​ເຄື່ອນ​ໄຫວ​ການ​ທະຫານ​ເທິງ​ທະ​ເລ​ຂອງ​ປະ​ເທດ​ຕ່າງໆ, ຫຼຸດ​ຄວາມ​ສ່ຽງ​ດ້ານ​ການ​ເກີດ​​ເຫດ​ຕຳ​ກັນ​ແລະ​ເຫດ​ອື່ນໆ​ຂອງ​ກອງທັບ​ເຮືອໃນ​ເວລາ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຫຼວງ, ຍົກ​ສູງ​ຄວາມ​ປອດ​ໄພ​ດ້ານ​ການ​ເຄື່ອນ​ໄຫວ​ເທິງ​ທະ​ເລ​ຢ່າງ​ແຂງ​ແຮງ, ມີ​ຄວາມ​ໝາຍ​ອັນຕັ້ງໜ້າ​ໃນ​ການ​ປົກ​ປັກ​ຮັກສາ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ