ອັດງານມະຫະກຳຮູບ​ເງົາສາກົນ​ປັກ​ກິ່ງ​ຄັ້ງ​ທີ 4
2014-04-24 19:35:51  cri 


ງານ​ມະຫະກຳຮູບ​ເງົາ​ສາກົນ​ປັກ​ກິ່ງ​ຄັ້ງ​ທີ 4 ​ໄດ້​ອັດ​ລົງຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໃນຕອນ​ຄ່ຳ​ວັນ​ທີ 23 ​ເມສາ​ນີ້, ​ເຊິ່ງລາງວັນ​ໃຫຍ່​ປະ​ເພດ​ຕ່າງໆກໍ່​ເປັນ​ຂອງ​ເຈົ້າ​ຄອງ​ໝົດ​ແລ້ວ,ຄື: ຮູບ​ເງົາ​ເລື່ອງ"ບັນທຶກ​ເລື່ອ​ງຊອກ​ຫາ​ລູກ" ທີ່​ກາ​ນາ​ດາ​ແລະ​ອິນ​ເດຍຮ່ວມ​ກັນ​ຖ່າຍທຳ​ໄດ້​ຮັບ​ລາງວັນ​ຮູບ​ເງົາດີ​ເດັ່ນ, ນັກສະ​ແດງທ້າ​ວກຸຍ​​ລາວ​ມີ ກູ​ອິກສ໌​ໄດ້​ຮັບ​ລາງວັນ​ພະ​ເອກ​ເດັ່ນ​ດ້ວຍ​ຜົນງານຮູບ​ເງົາ​ເລື່ອງ "ອາ​ຕີ​ລາມາ​ເຊ​ນ", ​ໜ່ວຍຖ່າຍ​ທຳຮູບ​ເງົາ​ເລື່ອງ "ອີ​ຕ້າຍ​ຈົ່ງ​ຊື່"​ແປ​ວ່າ "ມະຫາ​ອາຈານ​ລ້ຳ​ສະ​ໄໝ"​ ໄດ້​ຮັບ​ລາງວັນ​ຜູ້​ກຳກັບ​ການສະ​ແດງດີ​ເດັ່ນ, ລາງວັນຖ່າຍຮູບ​ດີ​ເດັ່ນ​ແລະລາງວັນນາ​ງ​ເອກດີ​ເດັ່ນ, ກາຍ​ເປັນ​ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ທີ່​ໃຫຍ່​ທີ່​ສຸດ​ໃນ​ງານ​ມະຫະກຳຮູບ​ເງົາ​ສາກົນ​ຄັ້ງ​ນີ້. ດາລາ​ຈ່າງ​ຈືຢີ​ໄດ້​ຮັບ​ລາງວັນ​ນາງ​ເອກດີ​ເດັ່ນ​ດ້ວຍຝີ​ມື​ການສະ​ແດງ​ທີ່​ຍອດ​ຢ້ຽມ​ໃນ​ຮູບ​ເງົາ​​ເລື່ອງ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ