ປີ​ໃໝ່ລາວ​ວາງ​ເປົ້າ​ໃຫ້ການ​ສົ່ງ​ອອກ​ສິນຄ້າ​ເພີ່ມ​ຂຶ້ນ15%​
2014-04-24 16:09:31  cri 
ແຫຼ່ງຂ່າວ​ກະຊວງ​ອຸດສາຫະກຳ-ການ​ຄ້າ​ເປີດ​ເຜີຍ​ວ່າ: ສົກ​ປີ​ໃໝ່ນີ້ ລາວ​ວາງ​ເປົ້າ​ໃຫ້ການ​ສົ່ງ​ອອກ​ສີນ​ຄ້າ​ເພີ່ມ​ຂຶ້ນ15% ​ແລະ ສູ້​ຊົນ​ເຮັດ​ໃຫ້​ຜະລິດ​ຕະພັນອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຫັດຖະກຳ​ຂະຫຍາຍຕົວ​ຢູ່​ໃນ​ລະດັບ12% ກວມ​ເອົາ10%ຂອງ​ລວມຍອດ​ຜະລິດຕະພັນ​ພາຍ​ໃນ(GDP) ​ເຮັດ​ໃຫ້​ມູນ​ຄ່າ​ການ​ຈະລາຈອນ​ສິນຄ້າ​ຂະຫຍາ​ຍຕົວ​ຢູ່​ໃນ​ລະດັບ12% ກວມ​ເອົາ21%ຂອງGDP.

ປັດຈຸ​ບັນ ທົ່ວ​ປະ​ເທດ​ມີ​ໂຮງງານ​ອຸດສາຫະກໍາປຸງ​ແຕ່ງ ​​ແລະ ຫັດຖະ​ກໍາ​ທັງໝົດ​ຫລາຍ​ກວ່າ 38,000​ແຫ່ງ,​ໃນ​ນັ້ນ​ຂະໜາດ​ໃຫຍ່​ມີ454 ຫົວໜ່ວຍ,ກາງ 582 ຫົວໜ່ວຍ ​ແລະ ຂະໜາດ​ນ້ອຍ​ມີ​ຫລກຍກວ່າ 9100 ຫົວໜ່ວຍ,ຂະໜາດ​ນ້ອຍ​ແບບ​ຄອບຄົວ 27.900 ກວ່າ​ຫົວໜ່ວຍ. ປີຜ່ານມາ​ນີ້ ຍອດມູນ​ຄ່າ​ການ​ຜະ​ລິດ​ຂອງອຸດສາຫະກໍາ​ປຸງ​ແຕ່ງ ​ແລະ ຫັດຖະ​ກໍາ​ບັນລຸ​ໄດ້​ຫລາ​ຍກວ່າ 5.000 ຕື້​ກີບທຽບ​ໃສ່​ສົກ​ປີ2011-2012​ເພີ່ມ​ຂຶ້ນ 10% ,ສ່ວນ​ຍອດ​ມູນ​ຄ່າ​ສົ່ງ​ອອກ​ສິນຄ້າ​ບັນລຸ​ໄດ້​ເກືອ​ບ 2 ຕື້​ໂດ​ລາ​ສະຫະລັດ​ເພີ່ມ​ຂຶ້ນ 11% ທຽບ​ໃສ່​ສົກ​ປີ2011-2012.

​ແຕ່​ເຖິງ​ແນວ​ໃດກໍ​ດີ,​ເພື່ອສົ່ງ​ເສີນ​ການ​ຜະລິດ​ສິນຄ້າ​ພາຍ​ໃນ​ໃຫ້​ມີ​ຄວາມ​ເຂັ້​ມ​ແຂງ​ນັ້ນ, ຂະ​ແໜງ​ການ​ດັ່ງກ່າວ​ຈະ​ຕ້ອງ​ໄດ້​ປັບປຸງ​ບາງ​ລະບຽບການ​ເພື່ອ​ການ​ພັດທະນາ ​ແລະ ຄຸ້ມ​ຄອງ​ອຸດສາຫະກໍາ ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ, ພ້ອມ​ເອົາ​ໃຈ​ໃສ່​ພັດທະນາ​ອຸດສາ​ຫະກໍາປຸງ​ແຕ່ງ​ທີ່​ມີ​ພື້ນຖານ​ວັດຖຸ​ດິບ​ພາຍ​ໃນ ​ແລະ ສົ່ງ​ເສີມ​ໃຫ້​ມີ​ໜໍ່​​ແໜງ​ອຸດສາຫະກໍາ​ໜັກ ​ແລະ ທັນ​ສະ​ໄໝ​ເທື່ອ​ສະ​ກ້າວ, ຈັດ​ຕັ້ງ ​ແລະ ປັບປຸງກຸ່ມຜະລິດ​ຫັດຖະກໍາ​ໃຫ້​ເຂັ້ມ​ແຂງ, ມີ​ຄຸມ​ນະພາ​ບ ​ແລະ ອອກ​ແບບ​ໃຫ້​ແທດ​ເໝາະກັບຄວາ​ມຕ້ອງການ​ຂອງ​ຕະຫລາດ, ສຸມ​ໃສ່​ຜະລິດ​​ເປັນ​ສິນຄ້າ ​ເພື່ອ​ສົ່ງ​ອອກ​ໃຫ້​ຫລາກ​ຫລາຍ​ໂດຍ​ສະ​ເພາະ​ອຸດສາຫະກໍາ​ປຸງ​ແຕ່ງ​ກະສິກໍາ, ອຸດສາຫະກໍາ​ໄມ້,ສະບຽງ​ອາຫານ, ວັດ​ສະ​ດຸ​ກໍ່ສ້າງ, ອຸດສາຫະກໍາຕັດຫຍິບ ​ແລະຕໍ່າແຜ່ນໃຫ້ຫລາຍຂຶ້ນກວ່າເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ