​ແກນ​ນໍາ​ພັກ​ນິວ​ໂກ​ເມ​ໂຕ​ຍີ່ປຸ່ນຕໍາ​ໜິທ່ານ​ຊິນ​ໂຈ ອາ​ເບະ​ທີ່​ຍົກ​ເລີກ​ຄໍາ​ສັ່ງ​ຫ້າມ​ສິດ​ປ້ອງ​ກັນ​ຕົນ​ເອງ​ລວມໝູ່
2014-04-24 15:34:39  cri 

ວັນ​ທີ 23 ​ເມສາ​ນີ້, ທ່ານ​ຢາ​ມາ​ກູ​ຊິ ນາ​ຊຸ​ໂອະ, ​​ແກນ​ນໍາ​ພັກນິວ​ໂກ​ເມ​ໂຕ​ຍີ່ປຸ່ນ ທີ່​​ເປັນ​ພັກ​ຮ່ວມ​ລັດຖະບານຍີ່ປຸ່ນ ​ໄດ້​ຕໍາ​ໜິທ່ານ​ຊິນ​ໂຈ ອາ​ເບະ​, ນາຍົກລັດຖະມົນ​ຕີ​ຍີ່ປຸ່ນ ມີ​ເຈດ​ຕະນາ​ຢາກຍົກ​ເລີກ​ຄໍາ​ສັ່ງ​ຫ້າມ​ສິດ​ປ້ອງ​ກັນ​ຕົນ​ເອງ​ລວມໝູ່ດ້ວຍ​ການ​ປ່ຽນ​ວິທີ.

ທ່ານຢາ​ມາ​ກູ​ຊິ ນາ​ຊູ​ໂອະ​ໄດ້​ກ່າວ​ໃນ​ລາຍການ​​ໂທລະພາບ​ໃນ​ຕອນ​ຄໍ່າ​ມື້​ດຽວ​ກັນ​ວ່າ, ທ່ານ​ຊິນ​ໂຈ ອາ​ເບະມີ​ເຈດ​ຕະນາ​ຢາກຍົກ​ເລີກ​ຄໍາ​ສັ່ງ​ຫ້າມ​ສິດ​ປ້ອງ​ກັນ​ຕົນ​ເອງ​ລວມໝູ່ດ້ວຍ​ວິທີ​ທີ່ລັດຖະບານ​ປ່ຽນການຕີ​ຄວາມ​ຂໍ້ມາດຕາ​ລັດຖະທໍາ​ມະນູນ, ນີ້​​ແມ່ນ​ການ​ກະທໍາ​ຝ່າຍ​ດຽວ​ທີ່​ເບິ່ງ​ຂ້າມ​ເຈຕະນາ​ລົມ​ຂອງ​ປະຊາຊົນ ​ເຊິ່ງ​ໄດ້​ລະ​ເມີດ​ຈິດ​ໃຈ​ຂອງ​ລັດຖະທໍາ​ມະນູນ.

​ພັກ​ນິວ​ໂກ​ເມ​ໂຕ​ເປັນພັກ​ຮ່ວມ​ລັດຖະບານຂອງພັກ​​ເສລີປະຊາທິປະ​ໄຕທີ່​ນໍາ​ໂດຍ​ທ່ານ​ຊິນ​ໂຈ ອາ​ເບະ​, ​ແຕ່​ມີ​ຂໍ້​ຂັດແຍ້​ງ​ກັນໃນ​ດ້ານ​ສິດ​ປ້ອງ​ກັນ​ຕົນ​ເອງ​ລວມໝູ່​ ​ແລະ​ນະ​ໂຍບາຍ​ຮັກສາ​ຄວາມ​ໝັ້ນຄົງ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ