ປະທານາ​ທິບໍດີ​ອາ​ເມ​ລິ​ກາ​ເດີນທາງ​ໄປ​ເຖິງ​ຍີ່ປຸ່ນ
2014-04-24 15:42:49  cri 

ຕອນ​ຄໍ່າ​ວັນ​ທີ 23 ​ເມສາ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ເດີນ​ທາງ​ໄປ​ເຖິງ​ນະຄອນຫຼວງ​ໂຕ​ກຽວ​ຂອງ​ຍີ່ປຸ່ນ, ​ເລີ່​ມຢ້ຽມຢາມ​ຍີ່ປຸ່ນ​ທາງ​ລັດຖະກິດ ແລະ​ຈະ​ຈັດການ​ພົບ​ປະ​ເຈລະຈາ​ຂັ້ນ​ສຸດ​ຍອດ​ກັບ​ທ່ານ​ຊິນ​ໂຈ ອາ​ເບະ,ນາຍົກລັດຖະມົນຕີຍີ່ປຸ່ນ​ໃນ​ວັນ​ທີ 24 ​ເມສາ​ນີ້.

ຕາມ​ຕາຕະລາງ​ຢ້ຽມຢາມ​ທີ່​ລັດຖະບານ​ຍີ່ປຸ່ນ​ເປີດ​ເຜີຍ​ກ່ອນໜ້າ​ນີ້, ​ໃນ​ຕອນ​ເຊົ້າວັນ​ທີ 24 ​ເມສາ​ນີ້, ທ່ານ​ໂອ​ບາ​ມາ​ຈະ​ເຂົ້າຮ່ວມ​ພິທີ​ຕ້ອນຮັບ​ທີ່​ຈັດ​ຂຶ້ນ​ຢູ່​ພະລາ​ຊະ​ວັງ​ຍີ່ປຸ່ນ​​ແລະ​ພົບ​ປະ​ກັບ​ເຈົ້າ​ຈັກກະພັດຍີ່ປຸ່ນພ້ອມ​ດ້ວຍ​ລາ​ຊີ​ນີ. ຫຼັງ​ຈາກ​ນັ້ນ, ທ່ານ​ໂອ​ບາ​ມາຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຊິນ​ໂຈ ອາ​ເບະ ​ແລະ​ຖະ​ແຫຼ​ງຂ່າວ​ຮ່ວມ​. ນອກ​ນີ້, ​ໃນ​ມື້​ດຽວ​ກັນ, ຢູ່​ນະຄອນຫຼວງ​ໂຕ​ກຽວ, ທ່ານ​ໂອ​ບາ​ມາ​ຍັງ​ຈະ​ເຂົ້າ​ຮ່ວມ​ກິດຈະ​ກໍາ​ຕ່າງໆ ​ເຊັ່ນ​ການທ່ຽວ​ຊົມສະຖານ​ທີ່​ຕ່າງໆ, ງານ​ລ້ຽງຕ້ອນຮັບຢູ່​ພະລາ​ຊະ​ວັງ ​ແລະ​ອື່ນໆ ​ແລະ​ເດີນທາງ​ໄປ ສ.​ເກົາຫຼີ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ​ເມສາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ