ລັດຖະມົນຕີຕ່າງປະ​ເທດ​ເຢຍລະ​ມັນ​ແລະ​ຝຣັ່ງ​ຮ່ວມ​ກັນ​ຢ້ຽ​ມຢາມ​ປະ​ເທດ​ໃກ້​ຄຽງ​ຂອງ​ອູ​ແກຣນ
2014-04-24 15:44:14  cri 

ວັນ​ທີ 23 ​ເມສາ​ນີ້, ທ່ານ​ຟຣານຄ໌-ວານ​ເຕີ ສະ​ເຕອິນ​ເມ​ເອີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເຢຍລະ​ມັນ ​ແລະ​ທ່ານ​ລໍ​ເຣັນທ໌ ຟາ​ບິ​ອູ​ສ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງ ​ໄດ້​ຮ່ວມ​ກັນ​ເດີນທາງ​ໄປ​ຢ້ຽມຢາມ​ມົນ​ໂດ​ວາ, ຈົງ​ເຈຍ ​ແລະ​ປະ​ເທດອື່ນໆ ທີ່​ເປັນ​ປະ​ເທດ​​ໃກ້​ຄຽງອູ​ແກຣນ ​ເພື່ອ​ຮັບ​ຮູ້​ວິ​ກິດ​ການ​ອູ​ແກຣນມີ​ຜົນ​ກະ​ທົບຫຍັງ​ຕໍ່​ປະ​ເທດ​ເຫຼົ່າ​ນີ້.

ມື້​ດຽວກັນ, ກະຊວງ​ການ​ຕ່າງປະ​ເທດ​ເຢຍລະ​ມັນ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ, ​ເຢຍລະ​ມັນ​​ແລະ​ຝຣັ່ງຈະສືບ​ຕໍ່​ແກ້​ໄຂການ​ປະ​ທະ​ກັນ​ຢູ່​ອູ​​ແກຣນຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ສອງ​ປະ​ເທດ​​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ວ່າ, ຕ້ອງ​ແກ້​ໄຂການ​ປະ​ທະ​ກັນ​ຢູ່​ອູ​​ແກຣນດ້ວຍ​ຊ່ອງ​ທາງ​ການ​ຕ່າງປະ​ເທດ. ຖະ​ແຫຼ​ງການ​ກ່າວ​ວ່າ, ​ເຢຍລະ​ມັນ​ແລະ​ຝຣັ່ງມີ​ຄວາມ​ເປັນຫ່ວງ​ຕໍ່​ປະ​ເທດ​ຄູ່​ຮ່ວມ​ມື​ທີ່ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​​ເອີຣົບທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ວິ​ກິດ​ການ​ອູ​ແກຣນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ