ທ່ານ​ຟ້າ​ນສາງ​ຫຼົງ​ພົບ​ປະ​ກັບ​ຫົວໜ້າ​ຄະນະ​ຜູ້​ແທນ​ກອງທັບ​ເຮືອ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມກອງ​ປະຊຸມ​ປະຈຳ​ປີຂອງ​ເວທີ​ປຶກສາ​ຫາລື​ກອງທັບ​ເຮືອປາຊີ​ຟິກຕາ​ເວັນ​ຕົກ
2014-04-24 15:39:31  cri 
ວັນ​ທີ 23 ​ເມສາ​ນີ້, ທ່ານ​ຟ້າ​ນສາງ​ຫຼົງ, ຮອງ​ປະທານ​ຄະນະກຳມະການ​ທະຫານ​ສູນ​ກາງ​ຈີນ​ໄດ້​ພົບ​ປະ​ກັບ​ຫົວໜ້າ​ຄະນະ​ຜູ້​ແທນ​ກອງທັບ​ເຮືອ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມກອງ​ປະຊຸມ​ປະຈຳ​ປີຂອງ​ເວທີ​ປຶກສາ​ຫາລື​ກອງທັບ​ເຮືອປາຊີ​ຟິກຕາ​ເວັນ​ຕົກຄັ້ງ​ທີ 14 ຢູ່​ນະຄອນ​ຊິງ​ຕາວ.

ທ່ານ​ຟ້າ​ນສາງ​ຫຼົງ​ກ່າວ​ວ່າ, ​ເລີ່​ມ​ແຕ່ກອງ​ປະຊຸມ​ປະຈຳ​ປີຂອງ​ເວທີ​ປຶກສາ​ຫາລື​ກອງທັບ​ເຮືອປາຊີ​ຟິກຕາ​ເວັນ​ຕົກສ້າງ​ຕັ້ງ​ຂຶ້ນ​ມາ​ນີ້, ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງ​ໜ້າ​ໃນ​ການ​ຊຸກຍູ້​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ຄວາມປອດ​ໄພ​ທາງ​ທະຫານ​ທາງ​ລະ​ເລ​ຂອງ​ພາກ​ພື້ນ. ກອງທັບ​ເຮືອ​ຈີນ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່ຕິດ​ແທດ​ຕົວຈິງ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ຄວາມ​ປອດ​ໄພທາງ​ທະ​ເລ​ສາກົນ, ຫາບ​ແບກ​ໜ້າ​ທີ່​ຮັບຜິດຊອບ​ແລະ​ພັນທະ​ສາກົນ​ຫຼາຍ​ກວ່າ​ເກົ່າ, ​​ປະກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຊຸກຍູ້​ການສ້າງ​ທະ​ເລ​ທີ່​ກົມກຽວ​ກັນ.
ມື້​ດຽວ​ກັນ, ທ່ານ​ຟ້າ​ນສາງ​ຫຼົງ​ຍັງ​ໄດ້​ພົບ​ປະ​ກັບ​ຜູ້ບັນຊາ​ການ​ກອງທັບ​ເຮືອ​ມາ​ເລ​ເຊຍ​ແລະ​ບັນຊາ​ການຂອງ​ກອງທັບ​ເຮືອ​ປາ​ກີ​ສະຖານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ