ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໃຫ້​ຄຳ​ຕອບ​ໂຕ້​ກ່ຽວ​ກັບ "ຄວາມ​ອາດ​ເປັນ​​ໄປ​ໄດ້​ທີ່​ເກີດເຫດຍິງ​ກັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ"
2014-04-24 19:04:52  cri 
    ວັນ​ທີ 24 ​ເມສາ​ນີ້ ທ່ານ​ຢາງ​ຢີຈູ່ນ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ: "​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງທີ 14 ຂອງ​ເວທີ​ປຶກສາ​ຫາລື​ກອງ​ທັບ​ເຮືອ​ມະຫາ​ສະໝຸດ​ປາຊິ​ຟິກຕາ​ເວັນ​ຕົກ​ທີ່​ຫາ​ກໍ​ສິ້ນສຸດລົງຢູ່​ນະຄອນ​ຊິ່ງດາວ ​ໄດ້​ກ່າວ​ຢ່າງ​ແທ້​ຈິງ​​ເຖິງ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ເກີດເຫດຍິງ​ກັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ. ກອງທັບ​ຈີນ​ແມ່ນ​ຍຶດໝັ້ນຫຼັກການ​ທີ່​ວ່າ ​ເຂົາ​ບໍ່​ລ່ວງ​ລ້ຳ​ຂ້ອຍ ຂ້ອຍ​ກໍ​ຈະ​ບໍ່​ລ່ວງ​ລ້ຳ​ເຂົາ, ແຕ່ຖ້າ​ເຂົາ​ລ່ວງ​ລ້ຳ​ຂ້ອຍແລ້ວ, ຂ້ອຍກໍ​ຈະ​ຕ້ອງ​ລ່ວງ​ລ້ຳ​ເຂົາ​ຢ່າງ​ແນ່ນອນ. ​ແລະ​ຈະ​ເດັດດ່ຽວ​ປ້ອງ​ກັນ​ອະທິປະ​ໄຕແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແຫ່ງ​ຊາດ​."

    ນອກ​ນີ້ ທ່ານ​ຢາງ​ຢີຈູ່ນຍັງ​ກ່າວ​ຕື່ມ​ວ່າ, ກອງທັບ​ຈີນ​ແມ່ນ​ເສົາ​ຄ້ຳ​ທີ່​ເຂັ້ມ​ແຂງ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ. ພວກ​ຂ້າພ​ະ​ເຈົ້າຈະ​ອີງ​ຕາມ​ການຈັດ​ວາງ​ທີ່​ເປັນ​ເອກະ​ພາບ​ກັນ, ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຊາດ​ໃຫ້​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ