ຜູ້​ເສຍ​ຊີວິດ​ໃນ​ເຫດກາ​ນກຳ​ປັ່ນ ​"​​​ເຊ​ໂວ​ນ"ຂອງ​ສ​.​ເກົາຫຼີ​ຫຼົ້ມ​ເພີ່ມ​ຂຶ້ນ​​ເປັນ 175 ຄົນ
2014-04-25 08:51:38  cri 
ຕາມ​ຂ່າວCRI: ​ມາ​ຮອດ​ຕອນ​ຄ່ຳ 19 ​ໂມງ​ຂອງ​ວັນ​ທີ 24 ​ເມສາ​ນີ້, ​​ໄດ້​ຢັ້ງຢືນ​ວ່າຜູ້​ເສຍ​ຊີວິດ​ໃນ​ເຫດກາ​ນກຳ​ປັ່ນ ​"​​​ເຊ​ໂວ​ນ"ຂອງ​ສ​.​ເກົາຫຼີ​ຫຼົ້ມ​ເພີ່ມ​ຂຶ້ນ​​ເປັນ 175 ຄົນ, ຍັງ​ມີ 127 ຄົນ​ຫາຍ​ສາບ​ສູນ​ໄປ. ກອງ​ໜ່ວຍ​ກູ້​ໄພຍັງ​ດຳ​ເນີນ​ການ​ກອບ​ກູ້​ຊ່ວຍ​ເຫຼືອ​ຢ່າງ​ສຸດ​ຂີດ​ໃນ​ມື້​ດຽວ​ກັນ.

ວັນ​ທີ 16 ​ເມສາ​ນີ້, ກຳ​ປັ່ນ​ໂດຍສານ ​"​​​ເຊ​ໂວ​ນ"ຂອງ​ສ​.​ເກົາຫຼີ​ທີ່​ບັນທຸກຜູ້​ໂດຍສານ​ເກືອບ 500 ຄົນ​​ເກີດ​ອຸບັດ​ເຫດຫຼົ້ມ​​ຢູ່​ເຂດ​ທະ​ເລ​ຂອງ​ ສ.​ເກົາຫຼີ. ປັດຈຸບັນ​ນີ້, ການ​ສຳ​ຫຼວດຫາ​ສາເຫດທີ່​ພາ​ໃຫ້​ເກີດ​ອຸບັດ​ເຫດ​ສ່ວນ​​ໃຫຍ່​ແມ່ນ​ແນ​ໃສ່ການ​ປ່ຽນ​ທິດ​ທາງ​ຢ່າງ​ກະທັນຫັນ, ​ເຊິ່ງ​ເຮັດ​ໃຫ້​ສິນຄ້າ​ທີ່​ບັນທຸກ​ໃນ​ກຳ​ປັ່ນ​​ເຄື່ອນຍ້າຍ, ຈົນ​ເຮັດ​ໃຫ້​ກຳ​ປັ່ນ​ບໍ່​ມີ​ຄວາມ​ດຸນດ່ຽງ. ປັດຈຸບັນ​ນີ້, ລວມທັງ​ໝົດ​ແລ້ວມີ​ລູກ​ເຮືອ​ຂອງ​ກຳ​ປັ່ນ​ໂດຍສານ "​ເຊ​ໂວ​ນ" 11 ຄົນ​ຖືກ​ຈັບ​ຕົວ​ຍ້ອນ​ການ​ປະລະ​ໜ້າ​ທີ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ