ນາຍົກລັດຖະມົນຕີມາ​ເລ​ເຊຍ​ກ່າວ​ຕໍ່​ສື່​ມວນ​ຊົນ​ອາ​ເມ​ລິ​ກາ​ວ່າ​ຈະ​ປະກາດ​ບົດ​ລາຍ​ງານ​ເບື້ອງ​ຕົ້ນ​ກ່ຽວກັບ​ເຮື​ອບິນ​​ໂດຍສານ​ທີ່​ຫາຍ​ສາບ​ສູນ
2014-04-25 09:11:21  cri 
ວັນ​ທີ 24 ​ເມສາ​ນີ້​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​CNNຂອງ​ອາ​ເມ​ລິ​ກາ, ທ່ານ​ນາ​ຈິບ ຣາຊັກ, ນາຍົກລັດຖະມົນຕີມາ​ເລ​ເຊຍ​ກ່າວ​ວ່າ, ມາ​ເລ​ເຊຍ​ໄດ້​ສົ່ງ​ບົດ​ລາຍ​ງານ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ເຮືອບິນ​ໂດຍສານ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍ​ທີ່​ຫາຍສາບ​ສູນ​​ສະບັບ​ໜຶ່ງໃຫ້​ແກ່​ອົງການ​ການບິນ​ພົນລະ​ເຮືອນ​ສາກົນ​ແລ້ວ, ​ແລະ​ກຽມ​ຈະ​ເປີດ​ເຜີຍ​ໃນ​ອາທິດ​ໜ້າ.

ທ່ານ​ນາ​ຈິບ​ຍັງ​ກ່າວ​ວ່າ, ​ເຫດການ​ເຮືອບິນ​​ໂດຍສານ​ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ຫາຍ​ສາບ​ສູນ​ເທື່ອ​ນີ້​ແມ່ນ "​ເຫດການ​ຜິດ​ປົກກະຕິ", ​ແລະ "ບໍ່​ເຄີຍ​ມີ​ມາ​ກ່ອນ", ສະພາບ​ການ​ລວມຕ່າງ​ກັນ​ກັບ​ເຫດການ​ເຮືອບິນ​ຕົກ​ຂອງ​ບໍລິສັດ​ການບິນ​ສິງກະ​ໂປ​ທີ່​ເກີດ​ຂຶ້ນ​ໃນ​ປີ 1997​​ ​ແລະ​ເຫດການ​ທີ່​ເຮືອບິນ​ໂດຍສານ​ຂອງ​ບໍລິສັດ​ການບິນ​ຝຣັ່ງ​ຕົກ​ທີ່ເກີດ​ຂຶ້ນ​​ເມື່ອ​ປີ 2009.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 24 ​ເມສາ​ນີ້, ທ່ານ​ຊິນ​ກ່າງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວວ່າ, ຈີນ​ຈະ​ສົ່ງ​ພະນັກງານ​ເຂົ້າ​ຮ່ວມ​ໜ່ວຍ​ສຳ​ຫຼວດສາກົນ​ກ່ຽວ​ກັບ​ເຫດການ​ເຮືອບິນ​ໂດ​ຍສານ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍ​ຫາຍ​ສາບ​ສູນ​ອີງ​ຕາມ​ສົນທິສັນຍາ​ສາກົນ​ທີ່​ກ່ຽວຂ້ອງ, ​ແລະ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ເຫດການ​ດັ່ງກ່າວ​ຢ່າງຮອບດ້ານ​ແລະ​ເລິກ​​ເຊິ່ງ. ຈີນ​ຈະ​ສືບ​ຕໍ່​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ແລະ​ປະສານ​ສົມທົບ​ຢ່າງ​ໃກ້ຊິດ​ກັບ​ມາ​ເລ​ເຊຍ​ແລະ​ອົສຕຼາລີ​ເປັນ​ຕົ້ນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຊອກ​ຄົ້ນຫາ.

ການ​ຊອກ​ຄົ້ນຫາ​ເຮືອບິນ​ໂດຍສານ​ທີ່​ຫາຍ​ສາບ​ສູນຍັງ​ສືບ​ຕໍ່​ດຳ​ເນີນ​ໄປ​ທັງທາງ​ອາກາດ​ແລະ​ທາງ​ທ​ະ​ເລ​ຍັງ. ສູນ​ປະສານ​ງານ​ຮ່ວມ​ຂອງ​ອົສຕຼາລີກ່າວ​ວ່າ, ຍານ​ດໍາ​ນໍ້າ "Bluefin" ​ໄດ້​ສຳ​ເລັດ​ໜ້າ​ທີ່​ຊອກ​ຄົ້ນ​ຫາ​ເຂດ​ໃຈກາງ​ປະມານ 90% ​ແລ້ວ, ​ແຕ່​ຍັງ​ບໍ່​ໄດ້​ພົບ​ເຫັນ​ສິ່ງ​ສຳຄັນ​ແຕ່​ຢ່າງ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ