​ເຮືອບິນ​ໂດຍສານ​ລຳ​ໜຶ່ງ​ຂອງ​ມາ​ເລ​ເຊຍ​ຕົກ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນ
2014-07-18 09:57:35  cri 


ສື່​ມວນ​ຊົນຣັດ​ເຊຍ​ລາຍ​ງານ​ວ່າ, ວັນ​ທີ 17 ກໍລະກົດ​ນີ້, ​ເຮືອບິນ​ໂດຍສານ​ລຳ​ໜຶ່ງ​ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ຕົກ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນທີ່​ຕິດ​ກັບ​ຊາຍ​ແດນຣັດ​ເຊຍ.

ຂ່າວສານອິນເຕີແຟສ໌ລາຍງານວ່າ, ເຮືອບິນໂດຍສານໂບອິງ 777 ລຳໜຶ່ງຂອງມາ​ເລ​ເຊຍ​ຕົກ​ຢູ່ຫ່າງ​ຈາກ​ເມືອງ​ໂດ​ເນັດ​ຂອງ​ອູ​​ແກຣນປະມານ 80 ກິ​ໂລ​ແມັດ. ລາຍ​ງານ​ຂ່າວ​ໄດ້​ນຳ​ເອົາ​ຄວາມ​ເວົ້າ​ຂອງ​ຜູ້​ໃຫ້​ຂໍ້​ມູນຂ່າວ​ມາ​ແຈ້ງວ່າ, ​ເຮືອບິນ​ໂດຍສານ​ລຳ​ນີ້​ຖືກ​ຍິງ​ຕົກ​ຢູ່​ເທິງ​ຟ້າ​ທີ່​ສູງປະມານ 1 ໝື່ນ​ແມັດ. ​ເຮືອບິນ​ໂດຍສານ​ລຳ​ນີ້​ກຳລັງ​ບິນຈາກ​ເມືອງ​ອຳ​ສ​ເຕີດຳ​ຂອງ​ໂຮ​ນລັງ​​ໄປ​ສູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ​ຂອງ​ມາ​ເລ​ເຊຍ, ຕາມ​ແຜນການ, ຈະ​ບິນ​ເຂົ້າສູ່​ນ່ານຟ້າຣັດ​ເຊຍ​ໃນ​ເວລາ 20 ​ໂມງ 20 ນາທີ​ຕາມ​ເວລາ​ວຽງ​ຈັນ.

ປັດຈຸບັນ, ກອງ​ທະຫານ​ອູ​ແກຣນພວມ​ສູ້​ຮົບ​ກັບ​ກອງ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ຢ່າງ​ດຸ​ເດືອດ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ, ​ເຮືອບິນ​ໂດຍ​ສານລຳ​ນີ້​ໄດ້​ຕົກ​ຢູ່​​ໃກ້​ກັບ​ບ່ອນທີ່​ມີ​ການ​ສູ້​ຮົບ​ກັນ.

ບໍລິສັດ​ການບິນ​ມາ​ເລ​ເຊຍ​ໄດ້​ຢືນຢັນ​ວ່າ​ໄດ້​ຂາດການ​ຕິດ​ຕໍ່​ກັບ​ຖ້ຽວ​ບິນ MH17 , ​ແລະ​ກ່າວ​ວ່າ ​ໄດ້​ຕິດ​ຕໍ່​ກັບ​ຖ້ຽວ​ບິນ​ດັ່ງກ່າວ​​ເປັນ​ເທື່ອ​ສຸດ​ທ້າຍ​ຢູ່​ນ່ານຟ້າ​ອູ​ແກຣນ. ທ່ານ​ຮີ​ຊາ​ມູດິນ​ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ທີ່ກ່ຽວຂ້ອງ​ກວດກາ​ແລະຢືນຢັນ​ສະພາບ​ທີ່​ກ່ຽວຂ້ອງ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ