ລົມ​ພະຍຸ "ຣາມມາສູນ" ຂຶ້ນບົກ​ຢູ່​ຈີນ​ 3 ​ເທື່ອ ​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ
2014-07-21 09:51:18  cri 
    ​ແຫຼ່ງຂ່າວຕ່າງໆ​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ​ແຈ້ງວ່າ, ລົມ​ພະຍຸ "ຣາມມາ​ສູນ" ​ເຊິ່ງ​ເປັນ​ລົມ​ພະຍຸ​ທີ່​ຮ້າຍ​ແຮງຫົວທີ 9 ຂອງ​ປີ​ນີ້​ ​ໄດ້​ຂຶ້ນບົກ​ຢູ່​ຈີນ 3 ​ເທື່ອ​ໃນ 2 ມື້​ທີ່​ຜ່ານ​ມາ. ຍ້ອນ​ວ່າ​ໃນ​ເວລາ​ຂຶ້ນບົກ ພະຍຸ​ມີ​ຄວາມ​ຮຸນ​ແຮງ​ຫຼາຍ ​ແລະ​ມີ​ຝົນຕົກໜັກ, ສະນັ້ນ ​ໄດ້​ເຮັດ​ໃຫ້​ແຂວງ​ໄຫຫຼຳ​ແລະ​ເຂດ​ກວາງຊີ​ມີ 18 ຄົນ​ເສຍ​ຊີວິດ, ​ແລະ​ຢູ່​ເຂດ​ພາກ​​ໃຕ້​ຂອງ​ຈີນ​ມີ 7 ລ້ານ 4 ​ແສນ 2 ໝື່ນ 3 ພັນ​ຄົນ​ປະສົບ​ໄພ.

    ຕາມ​ສະຖິຕິ​ຂອງ​ກອງ​ບັນຊາ​ການ​ຕ້ານ​​ແລ້ງ​ຕ້ານ​ຖ້ວມ​ແຫ່ງ​ຊາດ​ຈີນ, ມາ​ຮອດວັນ​ທີ 20 ກໍລະກົດ​ນີ້, ລົມ​ພະຍຸ "ຣາມມາ​ສູນ" ​ໄດ້​ເຮັດ​ໃຫ້ 7 ລ້ານ 4 ​ແສນ 2 ໝື່ນ 3 ພັນ​ຄົນ ​ແລະ ​ເນື້ອ​ທີ່ນາ 4 ​ແສນ 6 ໝື່ນ 8 ພັນ 500 ​ເຮັກຕາ​ຂອງ 59 ​ເມືອງ​ຂອງ​ແຂວງ​ໄຫຫຼຳ, ​​ແຂ​ວາງ​ກວາງຕຸ້ງ ​ແລະ ​ເຂດ​ກວາງຊີ ປະສົບ​ໄພ, ​ເຮືອນ​ຊານ 3 ໝື່ນ 7 ພັນຫຼັງພັງ​ທະ​ລາຍ, ​ເຊິ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໂດຍ​ກົງປະມານ 26 ຕື້ 550 ລ້ານ​ຢວນ. ​ໃນ​ນັ້ນ ຢູ່​ແຂວງ​ໄຫຫຼຳ​ໄດ້​ມີ 9 ຄົນ​ເສຍ​ຊີວິດ 5 ຄົນ​ຫາຍ​ສາບ​ສູນ​ຍ້ອນ​ເຮືອນ​ຊານ​ພັງ​ທະລາ​ຍ​ແລະ​ຖືກ​ນ້ຳ​ຖ້ວມ. ນອກ​ນັ້ນ ຕາມ​ສະຖິຕິ​ຂອງ​ພະ​ແນ​ກອຸຕຸນິຍົມ​ຂອງ​ເຂດ​ກວາງຊີ, ມາ​ຮອດ​ປັດຈຸບັນ ຢູ່​ເຂດ​ກວາງຊີ​ໄດ້​ມີ 9 ຄົນ​ເສຍ​ຊີວິດ​ຍ້ອນລົມ​ພະຍຸ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ