ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ, ບັນຫາ​ທະ​ເລ​ຈີນ​ໃຕ້​ບໍ່​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ
2014-07-22 15:58:20  cri 
ໂດຍ​ແນ​ໃສ່ສະຖານະ​ການ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຈີນ​ໃຕ້​ໃນ​ຫຼາຍ​ເດືອນ​ຜ່ານ​ມາ​ຈະ​ກະທົບ​ເຖິງ​ສາຍ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ຫຼື​ບໍ່? ທ່ານ​ເສິນ​ໂຈ່​ວ ຫົວໜ້າ​ກົມ​ອາຊີ​ກະຊວງ​ການ​ຄ້າ​ຈີນ​ໄດ້​​ໃຫ້​ທັດສະນະ​ຢູ່​ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງການ​​ຖະ​ແຫຼ​ງຂ່າວ​ລັດ​ຖະ​ບານ​ຈີນໃນ​ວັນ​ທີ 22 ກໍລະກົດ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ, ດຽວ​ນີ້​ມັນ​ບໍ່​ສາມາດ​ເວົ້າ​ໄດ້​ວ່າ​ບັນຫາ​ທະ​ເລ​ຈີນ​ແມ່ນ​ບັນຫາ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ຈີນ​ຄັດຄ້ານ​ມາ​ໂດຍ​ຕະຫຼອດ​ຕໍ່​ບາງ​ປະ​ເທດ​ທີ່​ມີເຈດ​ຕະນາ​ຢາກສວຍ​ໃຊ້​ບັນຫາ​ທະ​ເ​ລຈີນ​ໃຕ້​ເພື່ອ​ທຳລາຍ​ສະພາບ​ລວມ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ເສິນ​ໂຈ່​ວກ່າວເນັ້ນວ່າຝ່າຍຈີນຫວັງໃຫ້ປະເທດທີ່ກ່ຽວຂ້ອງຈະສາມາດຖື​ສະພາບ​ລວມ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ເປັນ​ສຳຄັນ, ສ້າງ​ບັນຍາກາດ​ທີ່​ດີ​ເພື່ອ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ. ​ແຕ່​ວ່າ, ທ່ານ​ເສິນ​ໂຈ່​ວບໍ່​​ໄດ້​ເຜີຍ​ໃຫ້​ຮູ້​ຂໍ້​ມູນ​ລະອຽດ​ກ່ຽວ​ກັບ​ການ​ຄ້າ​ຈີນ-ຫວຽດນາມ​ຈະ​ໄດ້​ຮັບ​ຜົ​ນກະທົບ​ຫຼື​ບໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ