ຈີນ​ລົງ​ຄະ​ແນນ​ສຽງ​ເຫັນ​ດີນຳສະພາ​ຄວາມ​ໝັ້ນຄົງຮັບຮອງ​ເອົາ​ມະຕິ​ວ່າ​ດ້ວຍ​ເຫດການ​ເຮືອບິນ​ຖ້ຽວ​ບິນ MH17 ຂອງ​ສາຍ​ການບິນ​ມາ​ເລ​ເຊຍ​ຕົກ
2014-07-22 16:07:31  cri 
ວັນ​ທີ 22 ກໍລະກົດ​ນີ້, ທ່ານ​ຫົງ​ເຫຼີຍ​ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີ​ນ​ໄດ້​ໃຫ້​ທັດສະນະ​ກ່ຽວ​ກັບ​ກໍລະ​ນີສະພາ​ຄວາມ​ໝັ້ນຄົງ​ອົງການ​ສະ​ຫະ​ປະຊາ​ຊາດ​ທີ່​ໄດ້​ຮັບຮອງ​ເອົາ​ມະຕິ​ວ່າ​ດ້ວຍ​ເຫດການ​ເຮືອບິນ​ຖ້ຽວ​ບິນ MH17 ຂອງ​ສາຍ​ການບິນ​ມາ​ເລ​ເຊຍ​ຕົກ, ທ່ານ​ກ່າວ​ວ່າ, ​ເຊື້ອ​ໝັ້ນ​ວ່າ​ມະຕິ​ດັ່ງກ່າວ​ນີ້​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງຮອບດ້ານ, ​ແລະ​ຮຽກ​ຮ້ອງ​ອີກ​ຄັ້ງ​ໃໝ່​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈົ່ງ​ໃຫ້ການ​ປະສານ​ສົມທົບ​ແລະ​ການ​ຮ່ວມ​ມື​ໃນ​ການ​ສືບ​ສວນ​ຂອງ​ອົງການ​ປະ​ຕິ​ບັດ​ງານ​ສາ​ກົນ​ເພື່ອ​ສືບ​ສວນ​ຫາ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ເຫດການ​ເຮືອບ​ບິນ​ຕົກ​ໃນ​ຄັ້ງນີ້​ຢ່າງ​ຈະ​ແຈ້ງ​ໂດຍ​ໄວ.

ທ່ານ​ຫົງ​ເຫຼີ​ຍ​ໃຫ້​ຮູ້​ວ່າ, ຕອນ​ເຊົ້າ​ວັນ​ທີ 22 ກໍລະກົດ​ນີ້, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ເອົາ​ມະຕິ​ເລກທີ 2166 ວ່າ​ດ້ວຍ​ບັນຫາ​ເຮືອບບິນ​ໂດຍສານ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍ​ທີ່​ເກີດ​ອຸບັ​ດ​ເຫດ​ຕົກ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອູ​​ແກຣນ. ການ​ທີ່​ຮັບຮອງ​ເອົາ​ມະຕິ​ດັ່ງກ່າວ​ນີ້​ຈະ​ສາມາດ​ຊ່ວຍ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເພີ່ມທະວີ​ການ​ຮ່ວມ​ມື, ຊຸກຍູ້​ໃຫ້​ການ​ສືບສວນ​ຂອງ​ໜ່ວຍ​ປະຕິບັດ​ງານ​ສາກົນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ. ຝ່າຍ​ຈີນ​ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​ໃນ​ການ​ລົງ​ຄະ​ແນນ​ສຽງຕໍ່​ມະຕິຄັ້ງ​ນີ້. ຝ່າຍ​ຈີນ​ສະ​ໜັບ​ສະ​ໜູນ​ການດຳ​ເນີນ​ການ​ສືບສວນ​ຢ່າງ​ເປັນ​ອິດ​ສະຫຼະ,ຍຸດຕິ​ທຳ​ແລະ​ພາວະ​ວິ​ໄສ​ຕໍ່​ເຫດການ​ເຮືອບິນ​ໂດຍສານ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍ​ຕົກ, ອົງການ​ການບິນ​ພົນລະ​ເຮືອນ​ສາກົນ​ຄວນ​ເສີມ​ຂະຫຍາຍ​ບົດບາດ​ທີ່ສຳຄັນ​ທີ່​ສຸດ​ຂອງ​ຕົນໃນ​ການ​ສືບສວນ​ຂອງ​ໜ່ວຍ​ ​ປະຕິບັດ​ງານ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ