ຈັດ​ງານ​ວາງສະ​ແດງ​ສິລະ​ປະ​ແກະສະຫຼັກ​ດິນຊາຍ​ຢູ່​ໂຢ​ໂກ​ຮາ​ມາ​ຂອງ​ຍີ່ປຸ່ນ
2014-07-22 16:50:13  cri 

ຮູບປັ້ນທະຫານມ້າຂອງຈິນສີຮ້ອງເຕ້ຈີນ

ຂ່າວສານ AFP ລາຍ​ງານ​ໃນ​ວັນ​ທີ 21 ກໍລະກົດ​ນີ້​ວ່າ, ນະຄອນ​ໂຢ​ໂກ​ຮາ​ມາ​ແຂວງ​ຄາ​ນາ​ກາ​ວາຂອງ​ຍີ່​ປຸ່ນ​ໄດ້​ຈັດ​ກິດຈະກຳ​ງານ​ວາງສະ​ແດງ​ສິລະ​ປະ​ແກະສະຫຼັກ​ດິນຊາຍ. ຕົ້ນຕໍ​ແມ່ນ​ວາງສະ​ແດງ​ຮູບ​ແກະສະຫຼັກ​ດິນຊາຍ​ພາຍ​ໃຕ້​ຫົວ​ຂໍ້​ປະຫວັດສາດ​ຂອງ​ຍີ່ປຸ່ນ,​ຈີນ​ແລະ​ສ ​ເກົາ​ຫຼີ,​ເຊິ່ງ​ໃນ​ນັ້ນ​ລວມທັງ​ບຸກຄົນທີ່​ມີ​ຊື່​ສຽງ​ໃນ​ປະຫວັດສາດ​ເຊັ່ນ​ຈິນສີ​ຮ້ອງ​ເຕ້ຂອງ​ຈີນ​ແລະ​ອື່ນໆ. ຕາມ​ຂ່າວ​ແຈ້ງວ່າ, ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ນຳ​ໃຊ້​ດິ​ນຊາຍ​ຫຼາຍ​ກວ່າ 1000 ​ໂຕນ, ​​ແລະ​ຈະ​ດຳ​ເນີນໄປ​ຈົນ​ຮອດ​ວັນ​ທີ 3 ພິຈິກ​ປີ​ນີ້.

1 2 3 4 5
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ