ກະຊວງ​ການ​ຄ້າ​ຈີນ​ປະຕິ​​ເສດ​​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນທີ່​​ໄດ້​ຍົກ​ລະດັບ​ນັ້ນ​ໄດ້​ກະທົບ​ຂະ​ແໜງ​ການ​ພາຍ​ໃນ​ຂອງ​ປະ​ເທດ​ອາ​ຊຽນ
2014-07-22 18:40:52  cri 
ໂດຍ​ແນ​ໃສ່​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ທີ່​ໄດ້ຍົກ​ລະດັບ​ຈະ​ສົ່ງ​ຜົນ​ກະທົບ​​ແກ່​ຕະຫຼາດ​ແລະ​ຂະ​ແໜງ​ການ​ພາຍ​ໃນ​ປະ​ເທດ​ອາ​ຊຽນຫຼື​ບໍ່, ທ່ານ​ເສິນ​ໂຈ່ວ ຫົວໜ້າ​ກົມ​ອາຊີ​ກະຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ໃນວັນ​ທີ 22 ກໍລະກົດ​ນີ້ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ, ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນທີ່​ໄດ້​ຍົກ​ລະດັບ​ແມ່ນ​ສາມາດ​ບັນລຸ​ໃຫ້​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ປະກອບ​ເຂົ້າກັນ, ​ເຊິ່ງສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ຝ່າຍ, ​ແລະ​ສາມາດສ້າງ​ຄວາມ​ຜາ​ສຸກ​ຫຼາຍ​ກວ່າ​ເກົ່າໃຫ້​ແກ່​ປະຊາຊົນ​ທັງ​ສອງ​ຝ່າຍ​.

ທ່ານ​ເ​ສິນ​ໂຈ່​ວກ່າວ​ວ່າ, ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​​ເສັ້ນທາງ​ທີ່​ຕ້ອງ​ເດີນ​ຜ່ານ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອະນາຄົດ. ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນບໍ່​ພຽງ​ແຕ່​ຈະ​ສາມາດ​​ເຮັດ​ໃຫ້ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ມີ​ຄວາມ​ສະດວກ​ຫຼາຍ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ເທົ່າ​ນັ້ນ, ພ້ອມ​ດຽວ​ກັນ​ນັ້ນ, ​ການ​ສ້າງ​ລະບົບ​ໃນ​ດ້ານ​ຕ່າງໆ​ຂອງ​ສອງ​ຝ່າຍ​ເຊັ່ນ​ການ​ເຊື່ອມ​ຈອດ​ກັນ, ການ​ຮັບຮອງ​ມາດຕະຖານ​ເຊິ່ງກັນ​ແລະ​ກັນ, ການ​ຮ່ວມ​ມື​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ, ພະລັງງານ, ສິ່ງ​ແວດ​ລ້ອມ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ເຫຼົ່າ​ນີ້​ເປັນຕົ້ນ​ຈະ​ຍົກ​ສູງ​ຄຸນ​ນະພາ​ບດ້ານ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ, ​ເພີ່ມ​ຄວາມ​ແຮງ​ໃໝ່​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດ​ທະ​ນາ​ດ້ານ​ເສດຖະກິດ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ