ຈີນກ່າວ​ວ່າ ອົງການ​ການບິນ​ພົນລະ​ເຮືອນ​ສາກົນ​ຄວນ​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ສືບສວນ​ເຫດການ​ອຸບັດ​ເຫດ​ຍົນ​ຕົກ
2014-07-22 11:47:24  cri 
ວັນ​ທີ 21 ກໍລະກົດ​ນີ້, ທ່ານ​ລີ​ວ​ເຈ​ອີ່, ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ຈີນ​ສະໜັບສະໜູນ​ໃຫ້​ດຳ​ເນີນ​ການ​ສືບສວນ​ທີ່​​ເປັນ​ອິດສະຫຼະ, ​ຍຸຕິ​ທຳ​ແລະ​ພາວະ​ວິ​ໄສຕໍ່​ເຫດການ​ຍົນ​ໂດຍສານ​ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ຕົກ. ອົງການ​ການບິນ​ພົນລະ​ເຮືອນ​ໃນ​ຖານະ​ເປັນ​ອົງການວິຊາ​ການຂອງ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ປະຕິບັດ​ໜ້າ​ທີ່​ແກ້​ໄຂ​ບັນຫາ​ໃນວຽກ​ງານ​ທີ່​ກ່ຽວຂ້ອງ​ໃນ​ຂົງ​ເຂດ​ການ​ບິນ​ພົນລະ​ເຮືອນ​ສາກົນ, ຄວນ​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນຢ່າງ​ເຕັມ​ສ່ວນ​​ເຂົ້າໃນ​ການ​ສືບສວນ​ສາກົນ. ຈີນ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງ​ໆ​ທີ່​ກ່ຽວຂ້ອງ​​ຈົ່ງ​ໃຫ້ການ​ປະສານ​ສົມ​ທົບ​ແລະ​ຮ່ວມ​ມື​ເຂົ້າ​ໃນ​ການ​ສືບສວນ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ