ທ່ານ​ຊິນ​ໂຈະ ອາ​ເບະ​ມີ​ແຜນ​ຈະປັບ​ປຸງ​ຄະນະລັດຖະບານຢ່າງ​ຂະໜາດ​ໃຫຍ່​ໃນ​ເດືອນ​ກັນຍາ​ຂອງ​ປີ​ນີ້
2014-07-22 16:14:35  cri 
ຕາມ​ສື່​ມວນ​ຊົນ​ຍີ່ປຸ່ນ​ລາຍ​ງານ​ວ່າ, ທ່ານ​ຊິນ​ໂຈະ ອາ​ເບະ, ນາ​ຍົກ​ລັດຖະມົນຕີ​ຍີ່ປຸ່ນ​ມີ​ແຜນ​ຈະປັບ​ປຸງ​ຄະນະລັດຖະບານໃນ​ຕົ້ນ​ເດືອນ​ກັນຍາ​ຂອງ​ປີ​ນີ້, ຮອດ​ເວລາ​ນັ້ນ, ຈະປ່ຽນ​ລັດຖະມົນຕີຈຳນວນ​ຫຼາຍ​ກວ່າ​ເຄິ່ງໜຶ່ງ. ນີ້​ຈະ​ແມ່ນ​ທ່ານ​ດຳ​ເນີນ​ການ​ປັບລັດຖະບາ​ນຊຸດ​ໃໝ່ຄັ້ງ​ທຳ​ອິດ​ນັບ​ແຕ່​ທ່ານດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີຍີ່ປຸ່ນ​ຄັ້ງ​ທີ 2 ໃນ​ເດືອນ​ທັນວາ​ປີ 2012 ​ ເປັນ​ຕົ້ນ​ມາ.

ທ່ານ​ຊິນ​ໂຈະ ອາ​ເບະ​ໄດ້​ດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີຍີ່ປຸ່ນ​ຄັ້ງ​ທີ 2 ​ເລີ່​ມ​ແຕ່​ວັນ​ທີ 26 ທັນວາ​ຂອງ​ປີ 2012, ​ມາ​ຮອດ​ປະຈຸ​ບັນ, ລັດຖະບານ​ຂອງ​ທ່ານ​ຊິນ​ໂຈະ ອາ​ເບະ​ຍັງ​ບໍ່​ໄດ້​ປ່ຽນ​ສະມາຊິກ​ເທື່ອ, ​​​ເວລາ​ທີ່​ດົນ​ຈົນ​ໄດ້​ສ້າງ​ສະຖິຕິ​ໃໝ່​ຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ 2 ຂອງ​ຍີ່ປຸ່ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຫາງ​ສຽງ​ທົ່ວ​ໄປ​ເຫັນ​ວ່າ, ຍ້ອນ​ວ່າ​ມະຕິ​​ຂອງ​ລັດຖະບານ​ກ່ຽວ​ກັບ​ການຍົກ​ເລີກ​ການຫ້າມ​ໃຊ້ສິດ​ປ້ອງ​ກັນ​ຕົວ​ແບບ​ລວມໝູ່​ໄດ້​ຮັບ​ການ​ຕຳນິຈາກ​ວົງ​ການ​ຕ່າງໆ​ພາຍໃນ​ສັງຄົມ, ທ່ານ​ຊິນ​ໂຈະ ອາ​ເບະ​ຫວັງ​ວ່າ​ຈະສາມາດ​​ເພີ່ມ​ທະວີ​ການ​ບໍລິຫານ​ຂອງອຳນາດ​ປົກຄອງ​ໃຫ້​ດີ​ຂຶ້ນໂດຍ​ຜ່ານ​ການ​ປັບ​ລັດຖະບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ