ກຸ່ມ​ປະກອບ​ອາວຸດ​ຂອງ​ປະຊາຊົນທ້ອງ​ຖິ່ນ​ຂອງ​ອູ​ແກຣນສົ່ງ​ກັບ​ດຳ​ໃຫ້​ແກ່​ມາ​ເລ​ເຊຍ
2014-07-22 18:38:54  cri 
ຕາມຂ່າວສານ Interfax ລາຍ​ງານ​ໃນ​ວັນ​ທີ 22 ກໍ​ລະ​ກົດ​ນີ້​ວ່າ, ຕອນ​ຂ້ອນ​ແຈ້ງ​ວັນ​ທີ 22 ກໍລະກົດ​ນີ້, ຫົວໜ້າ​ກຸ່ມ​ປະກອບ​ອາວຸດ​ປະຊາຊົນ​ທ້ອງ​ຖິ່ນ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນຄືທ່ານ​ອາ​ເລັກ​ຊັນ​ເດີ ​ໂບ​ໂຣ​ໄດ, ນາຍົກລັດຖະມົນຕີສາທາລະນະ​ລັດ​ປະຊາຊົນໂດ​ເນັດ​ສ໌ຄາ​ຢາ​ໄດ້​ສົ່ງ​ກັບ​ດຳ​ຂອງ​ຍົນ​ໂດ​ຍສານ​ຖ້ຽວ​ບິນ MH17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍທີ່​ຕົກ​ໃຫ້​ແກ່​ຝ່າຍ​ມາ​ເລ​ເຊຍ​ແລ້ວ.

ກາ​ນລາຍ​ງານ​ໄດ້​ນຳ​ເອົາ​ຄຳ​ເວົ້າ​ຂອງ​ທ່ານ​ອາ​ເລັກ​ຊັນ​​ເດີ ​ໂບ​ໂຣ​ໄດ​ມາລາ​ຍງານ​ວ່າ, ອີງ​ຕາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການມອບ​ຮັບກັບ​ດຳທີ່​ສອງ​ຝ່າຍ​ເຊັນ​ກັນ, ຝ່າຍ​ມາ​ເລ​ເຊຍ​ຄວນ​ສົ່ງ​ກັບ​ດຳ​ໃຫ້​ແກ່​ຊ່ຽວຊານ​ຂອງ​ອົງການ​ການບິນ​ພົນລະ​ເຮືອນ​ສາກົນ.

ຕອນ​ຂ້ອນ​ແຈ້​ງວັນ​ທີ 22 ກໍລະກົດ​ນີ້, ທ່ານ​ນາ​ຈິບ ຕຸ​ນ ຣາຊັກ, ນາຍົກລັດຖະມົນຕີມາ​ເລ​ເຊຍ​ກ່າວ​​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປູ​ຕຣາຈາ​ຢາ​ວ່າ, ທ່ານ​ໄດ້​ບັນລຸ​ຄວາມ​ເຫັນທີ່ເປັນ​ເອກະ​ພາບ​ກັນ​​​ 3 ຂໍ້ກັບ​ທ່ານ​ອາ​ເລັກ​ຊັນ​ເດີ ​ໂບ​ໂຣ​ໄດ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ກໍລະກົດ​ນີ້. ​ໃນ​ນັ້ນ, ຂໍ້​ທີ 2 ​ແມ່ນ, ກຸ່ມ​ປະກອບ​ອາວຸດ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ​ເຫັນ​ດີ​ມອບກັບ​ດຳ​ສອງ​ກັບທີ່​ເຂົາ​ເຈົ້າ​ໃຫ້​ແກ່​ທີ​ມມາ​ເລ​ເຊຍ​ຢູ່​ໂດ​​ເນັດ​ສຄ໌​ໃນ​ເວລາ​ປະມານ 21 ​ໂມງ​ຂອງ​ວັນ​ທີ 21 ກໍລະກົດ​ນີ້​ຕາມ​ເວລາ​ຂອງ​ອູ​ແກຣນ, ​​ແລະ​ຈະ​ໃຫ້​ທີ​ມງານ​ຂອງ​ມາ​ເລ​ເຊຍ​ຮັກສາ​ໄວ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ