ທ່ານ​ສີ​ຈິ້ນ​ຜິ​ງ​ເດີນທາງ​ເຖິງ​ນະຄອນຫຼວງ​ລາ​ຮາ​ວານ​​ເພື່ອເລີ່​ມຢ້ຽມຢາມ​ກູ​ບາທາງ​ລັດ​ຖະກິດ
2014-07-22 14:41:20  cri 
ຕາມ​ຂ່າວCRI: ​ໃນ​ຕອນ​ຄ່ຳເວລາ 9 ​ໂມງ​ຂອງ​ວັນ​ທີ 21 ກໍລະກົດ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​​ເດີນທາງ​ດ້ວຍຍົນພິ​ເສດ​​ເຖິງ​ນະຄອນຫຼວງ​ລາ​ຮາ​ວານ​ຂອງ​ກູ​ບາ, ​ເພື່ອ​ເລີ່​ມ ຢ້ຽມຢາມກູ​ບາ​ທາງ​ລັດຖະກິດ​​ເປັນ​ຄັ້ງ​ທຳ​ອິດ.

ທ່ານ​ສີ​ຈິ້ນ​ຜິ​ງ​ເຄີ​ຍ​ເດີນທາງ​ໄປ​ຢ້ຽມຢາມ​ກູ​ບາ​ໃນ​ເດືອນ​ມິຖຸນາ​ປີ 2011. ພາຍຫຼັງ 3 ປີຜ່ານ​ໄປ​ທ່ານໄດ້​ເດີນທາງ​ມາ​ຢ້ຽມຢາມ​ກູ​ບາ​ອີກ​ເທື່ອ​​ໃໝ່, ​ໂອກາດ​ການ​ຢ້ຽມຢາມ​ຄັ້ງ​ນີ້ທ່ານ​ສີ​ຈິ້ນ​ຜິ​ງຈະ​ຈັດການ​ພົບ​ປະ​ເຈລະຈາ​ກັບ​ທ່ານຣາອູ​ນ ​ກາສ​ໂຕຼ, ປະທານ​ຄະນະ​ກໍາມະການ​ວຽກ​ງານ​ແຫ່ງລັດ​ທັງ​ເປັນ​ປະທານ​ສະພາ​ລັດຖະມົນຕີ​ຂອງ​ສາທາລະນະ​ລັດ​ກູບາ,ຈະ​ກຳນົດ​ທິດ​ທາງ​​ແລະ​ແຜນການ​ຂອງການ​ພັດທະນາການ​ພົວພັນ​ລະຫວ່າງ​ຈີນ​ກັບ​ກູ​ບາ​ໃນ​ລະດັບ​ຍຸດ​ທະ​ສາດ​ແລະ​​ໄລຍະ​ຍາວ. ສອງ​ຝ່າຍ​ຈະ​ເຊັນ​ສັນຍາ​ຮ່ວມ​ມື​ຫຼາຍ​ສະບັບ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ກະສິກຳ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ພາບ, ວັດທະນະທຳ, ການ​ສຶກສາ​ແລະ​ຂົງ​ເຂດ​ອື່ນໆ.

ທ່ານ​ສີ​ຈິ້ນ​ຜິ​ງຍັງ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ນະຄອນຫຼວງ​ຊັງ​ຕີ​ອາ​ໂກ​ຂອງ​ຈີ​ເລ​​ໂດຍ​ມີ​ຜູ້ນຳ​ກູ​ບາ​ເປັນ​ເພື່ອນພາ​ທາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ