ກະຊວງ​ການ​ຄ້າ​ຈີນ:​ເສັ້ນທາງ​ສາຍ​ໄໝທາງ​ທະ​ເລສະຕະວັດ​ທີ 21 ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ດ້ານ​ພື້ນຖານ​ໂຄງ​ລ່າງ​​ແລະ​ອະນຸ​ພາກ​ພື້ນ
2014-07-22 17:03:48  cri 

ວັນ​ທີ 22 ກໍລະກົດ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ​ໃນ​ເວລາ​ກ່າວ​ເຖິງ​ການ​ກໍ່ສ້າງເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລສະຕະວັດ​ທີ 21, ທ່ານ​ເສີນ​ໂຈ່​ວ, ຫົວໜ້າ​ກົມ​ອາຊີ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ວ່າ​ຈະ​ບັນລຸ​ມາດ​ຕະການຕົວ​ຈິງ​ຢ່າງ​ລະ​ອຽດກັບຝ່າຍ​ຕ່າງໆ​ຂອງ​ອາ​ຊຽນກ່ຽວ​ກັບ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການ​ເຊື່ອມຈອດ​ກັນ, ທັງ​ໄດ້​ກ່າວ​ເນັ້ນ​ເຖິງ​ອ່າວ​ເປີີ​ຍປູ້, ​ແລ​ວທາງ​ເສດ​ຖະກິດ​ໜານ​ໜິງຫາ​ສິງກະ​ໂປ ​ແລະ​ການ​ຮ່ວມ​ມືຶອື່ນໆ​ດ້ານ​ເສດຖະກິດ​ຢູ່​ອະນຸ​ພາກ​ພື້ນ.

ນອກ​ນີ້, ທ່ານ​ເສີນ​ໂຈ່​ວ​ໄດ້​ສະ​ເໜີ​ວ່າ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມືຢູ່​ອະນຸ​ພາກ​ພື້ນ​ຕື່ມ​ອີກ ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຢູ່​ອ່າວ​​ເປີ​ຍປູ້, ​ແມ່​ນໍ້າຂອງ, ​ແລວ​ທາງ​ເສດຖະກິດ​ໜານ​ໜິງຫາ​ສິງກະ​ໂປ ​ແລະ​ການ​ຮ່ວມ​ມື​ອື່ນໆ​ດ້ານ​ເສດຖະກິດ​ຢູ່​ອະນຸ​ພາກ​ພື້ນ ​ເພື່ອ​ສ້າງ​ເສັ້ນທາງ​ດ້ານ​ເສດຖະກິດ​ທີ່​ເຮັດ​ໃຫ້​​ແຫຼມອິນດູ​ຈີນ​​ເຊື່ອມ​ຈອດ​​ເຂົ້າກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ