​ໂຮງຮຽນ​ການ​ທະຫານ​ຂອງ​ຈີນ​ເ​ປີດ​ເຜີຍ​ຕໍ່​ສື່​ມວນ​ຊົນ​ເປັນ​ຄັ້ງ​ທໍາ​ອິດ
2014-07-22 18:33:27  cri 

ວັນ​ທີ 22 ກໍລະກົດ​ນີ້, ກິດຈະ​ກໍາ​ສໍາພາດ"ນັກ​ຂ່າວ​ພາຍ​ໃນ​​ແລະ​ຕ່າງປະ​ເທດ​ເຂົ້າ​ສູ່​ຄ້າຍ​ທະ​ຫານ"​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ຖາ​ບັນ​ໂຍທາ​ທະຫານ​ລົດ​ຫຸ້ມ​ເກາະ​ກອງທັບ​ປົດ​ປ່ອຍປະຊາຊົນ​ຈີນ. ນີ້​ແມ່ນ​ຄັ້ງ​ທໍາ​ອິດ​ທີ່​ໂຮງຮຽນການ​ທະຫານ​ຂອງຈີນ​ເປີດ​ເຜີຍ​ຕໍ່​ສື່​ມວນ​ຊົນ​ທັງພາຍ​ໃນ​ແລະ​ຕ່າງປະ​ເທດ​.

​ແຕ່​ປີ 2008 ​​ເປັນ​ຕົ້ນ​ມາ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດ​ແລະກອງທັບຈີນ​ລ້ວນ​ແຕ່​​ໄດ້​ຮ່ວມ​ກັນ​ຈັດ​ຕັ້ງ​ນັກ​ຂ່າວ​ຂອງສື່​ມວນ​ຊົນທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ເດີນທາງ​ໄປ​ທັດ​ສະ​ນະ​ແລະ​ສໍາພາດ​ກອງ​ທະຫານ​ຂັ້ນຮາກຖານ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ. ກິດຈະ​ກໍາ"ນັກ​ຂ່າວ​ພາຍ​ໃນ​​ແລະ​ຕ່າງປະ​ເທດ​ເຂົ້າ​ສູ່​ຄ້າຍ​ທະ​ຫານ"​ໄດ້​ກາ​ຍ​ເປັນ​ປ່ອງຢ້ຽມ​ທີ່​ວົງ​ການພາຍ​ນອກຮັບ​ຮູ້​ການ​ກໍ່ສ້າງ​ກອງທັບຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ